ກອງປະຊຸມສະຫຼຸບຜົນການ ເຈລະຈາສັນຍາສຳປະທານໂຄງການເຂື່ອນໄຟຟ້ານໍ້າພາກ ປະສົມປະສານກັບໄຟຟ້າແສງຕາເວັນ Post author:mem admin Post published:10/05/2023 Post category:ກົມແຜນການ ແລະ ການຮ່ວມມື ໃນວັນທີ 08 ພຶດສະພາ 2023 ນີ້ທີ່ໂຮງແຮມ Crowne Plaza, ນະຄອນຫຼວງວຽງຈັນ, ໄດ້ຈັດກອງປະຊຸມສະຫຼຸບຜົນການເຈລະຈາສັນຍາສຳປະທານໂຄງການເຂື່ອນໄຟຟ້ານໍ້າພາກ ປະສົມປະສານກັບໄຟຟ້າແສງຕາເວັນ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່. ມີຜູ້ຕາງໜ້າຈາກບັນດາກົມ ແລະ ສະຖາບັນ ອ້ອມຂ້າງກະຊວງ ພ້ອມດ້ວຍຜູ້ຕາງໜ້າບໍລິສັດ ເຂົ້າຮ່ວມ. ໂຄງການເຂື່ອນໄຟຟ້ານໍ້າພາກ ປະສົມປະສານກັບໄຟຟ້າແສງຕາເວັນ ແມ່ນໜຶ່ງໃນໂຄງການຂະໜາດໃຫຍ່ ທີ່ລັດຖະບານໄດ້ອະນຸຍາດເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາຄວາມເປັນໄປໄດ້ຂອງໂຄງການໃນວັນທີ 31 ພຶດສະພາ 2007 ລະຫວ່າງ ລັດຖະບານ ກັບ ບໍລິສັດ KOBE GREEN POWER Co., LTD ຈາກປະເທດ ຍີີ່ປຸ່ນ. ໂຄງການເຂື່ອນໄຟຟ້ານ້ຳພາກ ຕັ້ງຢູ່ບ້ານ ຕັັ້ງຢູ່ ບ້ານ ໜອງຫຼວງ, ເມືອງ ປາກຊ່ອງ, ແຂວງ ຈຳປາສັກ. ມີກໍາລັງຕິດຕັັ້ງ 168 MW (ຈັກ 2 ໜ່ວຍ), ຜະລິດພະລັງງານສະເລ່ຍໄດ້ 788 GWh/ປີ. ໂຄງການເຂື່ອນໄຟຟ້ານໍ້າພາກ ປະສົມປະສານກັບໄຟຟ້າແສງຕາເວັນ ບໍ່ພຽງແຕ່ເປັນການຊຸກຍູ້ທາງດ້ານເສດຖະກິດ-ສັງຄົມຂອງປະເທດຊາດ ແຕ່ຍັງເປັນຂົວຕໍ່ໃນການຮັດແໜ້ນຄວາມສຳພັນໄມຕີ ລະຫວ່າງ ລັດຖະບານ ຂອງ 3 ປະເທດ ລາວ-ຢີ່ປຸ່ນ-ກຳປູເຈຍ, ເນື່ອງຈາກ ໂຄງການດັ່ງກ່າວເມື່ອກໍ່ສ້າງສຳເລັດແລ້ວ ຈະສົ່ງຂາຍກະແສໄຟຟ້າຂອງໂຄງການໃຫ້ ການໄຟຟ້າແຫ່ງປະເທດກຳປູເຈຍ (EDC) ຕາມກອບບົດບັນທຶກຄວາມເຂົ້າໃຈການຮ່ວມມືສົ່ງໄຟ ຈາກ ສປປ ລາວ ໄປປະເທດກຳປູເຈ້ຍ ຈຳນວນ 6.000 MW. ດັ່ງນັ້ນ, ເພື່ອເຮັດໃຫ້ໂຄງການດັ່ງກ່າວໄດ້ຈັດຕັ້ງປະຕິບັດສຳເລັດຕາມແຜນການທີ່ວາງໄວ້ ຈຶ່ງໄດ້ຈັດກອງປະຊຸມສະຫຼຸບຜົນການເຈລະຈາສັນຍາຂອງໂຄງການ ເພື່ອເປັນພື້ນຖານໃນການລາຍງານລັດຖະບານ ແລະ ຄະນະປະຈຳສະພາແຫ່ງຊາດ ໄດ້ພິຈາລະນາອະນຸມັດເຊັນສັນຍາສຳປະທານ. ພາຍຫຼັງເຊັນສັນຍາສຳປະທານແລ້ວ ບໍລິສັດ ຈະສືບຕໍ່ດຳເນີນເອກະສານກ່ຽວຂ້ອງ ໂດຍສະເພາະ ການລະດົມທຶນ ເພື່ອມາກໍ່ສ້າງໂຄງການ ໃຫ້ທັນມື້ກຳນົດດຳເນີນງານທາງດ້ານການຄ້າ (COD) ເຊິ່ງຕາມແຜນຈະເປີດການຜະລິດ ແລະ ສົ່ງຂາຍກະແສໄຟຟ້າໃນຕົ້ນປີ 2026 ເປັນຕົ້ນໄປ. ຂ່າວ: ກົມແຜນການ ແລະ ການຮ່ວມມືພາບ: ສົມສະນຸກ You Might Also Like ພະນັກງານລັດຖະກອນກົມແຜນການ ແລະ ການຮ່ວມມື 19 ທ່ານ ໄດ້ຮັບການຍ້ອງຍໍ ໃນຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ 5 ປີ (2016-2020) 22/05/2023 ຂະແໜງການພະລັງງານ ແລະ ບໍ່ແຮ່ ບັນດາແຂວງພາກກາງ ແລະ ພາກເໜືອ ລະດົມແນວຄວາມຄິດ ເພື່ອສ້າງແຜນພັດທະນາພະລັງງານ ແລະ ບໍ່ແຮ່ 5 ປີ ຄັ້ງທີ X (2026-2030) 04/02/2025 ກອງປະຊຸມ LASEP Inaugural Steering Committee ຄັ້ງທີ II, 13/05/2024
ພະນັກງານລັດຖະກອນກົມແຜນການ ແລະ ການຮ່ວມມື 19 ທ່ານ ໄດ້ຮັບການຍ້ອງຍໍ ໃນຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ 5 ປີ (2016-2020) 22/05/2023
ຂະແໜງການພະລັງງານ ແລະ ບໍ່ແຮ່ ບັນດາແຂວງພາກກາງ ແລະ ພາກເໜືອ ລະດົມແນວຄວາມຄິດ ເພື່ອສ້າງແຜນພັດທະນາພະລັງງານ ແລະ ບໍ່ແຮ່ 5 ປີ ຄັ້ງທີ X (2026-2030) 04/02/2025