ທ່ານ ຈັນທະລາ ແກ້ວຫາວົງ ຕ້ອນຮັບທີ່ປຶກສາທູດການຄ້າ ແລະ ການລົງທຶນ ແຫ່ງ ອົດສະຕຣາລີ ເຂົ້າພົບປະ ແລະ ເຮັດວຽກ

          ວັນທີ 23 ພຶດສະພາ 2023 ນີ້, ຢູ່ຫ້ອງປະຊຸມ 102 ໄດ້ມີກອງປະຊຸມພົບປະ ລະຫວ່າງ ກະຊວງພະລັງງານ ແລະ ບໍ່ແຮ່ ເຊິ່ງນຳໂດຍ ຈັນທະລາ ແກ້ວຫາວົງ ຫົວໜ້າກົມຄຸ້ມຄອງບໍ່ແຮ່ ແລະ ທ່ານ Michael Helleman, ທີ່ປຶກສາທູດການຄ້າ ແລະ ການລົງທຶນ ປະຈຳສະຖານເອກອັກຄະລັດຖະທູດ ແຫ່ງ ອົດສະຕຣາລີ ທີ່ ບາງກອກ ຣາຊະອານາຈັກໄທ ທີ່ໄດ້ນຳພານັກທຸລະກິດ ຈາກ ອົດສະຕຣາລີ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປລາວ.

           ທ່ານ Michael Helleman ສະເໜີຈຸດປະສົງໃນການເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ ສປປລາວ ກໍ່ເພື່ອສຶກສາ, ເກັບກຳຂໍ້ມູນໂຄງການລົງທຶນດ້ານບໍ່ແຮ່ ຂອງນັກລົງທຶນຈາກ ອົດຕາລີ ຢູ່ ສປປລາວ ທັງນີ້ກໍ່ເພື່ອເປັນຊຸກຍູ້, ສະໜັບສະໜູນບັນດາບໍລິສັດທີ່ມາລົງທຶນຢູ່ໃນບັນດາປະເທດສະມາຊິກອາຊຽນ ໂດຍສະເພາະ ຢູ່ໃນ ສປປລາວ ເຊິ່ງຈຸດພິເສດການພັດທະນາ ມີຄ້າຍຄືກັນກັບປະເທດອົດສະຕາລີ ເປັນຕົ້ນແມ່ນການນຳໃຊ້ແຫຼ່ງຊັບພະຍາກອນທຳມະຊາດ ເປັນຕົວຂັບເຄື່ອນການຈະເລີນເຕີບໂຕທາງດ້ານເສດຖະກິດຂອງປະເທດ. ທ່ານ ກ່າວຕື່ມວ່າ: ເມື່ອໃນບໍ່ດົນມານີ້ ທ່ານ ກໍ່ໄດ້ເຂົ້າພົບປະ ແລະ ເຮັດວຽກ ກັບ ທ່ານ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ເພື່ອປຶກສາຫາລື ກ່ຽວກັບການລົງທຶນຂອງ ບໍລິສັດ ວີໂອເທັນໂທຼ ໂດຍມີທ່ານ ຈອນ ຄໍຼລີ ຫົວໜ້ານັກສໍາຫຼວດເຂດອາຊີປາຊີຟິກ.

          ຂະນະທີ່ ທ່ານ ຫົວໜ້າກົມກົມຄຸ້ມຄອງບໍ່ແຮ່ ໄດ້ສະແດງຄວາມຍິນດີທີ່ບໍລິສັດມີຄວາມສົນໃຈໃນການລົງທຶນດ້ານຂຸດຄົ້ນແຮ່ທາດ ຢູ່ ສປປ ລາວ ທີ່ຜ່ານມາກໍໄດ້ເຮັດວຽກຮ່ວມນໍາບໍລິສັດ ຊຶ່ງໂດຍລວມກໍ່ມີຄວາມເປັນເອກະພາບ ແລະ ເຫັນພ້ອມກັນສືບຕໍ່ປຶກສາຫາລື ແລະ ເຮັດວຽກຮ່ວມກັນຕື່ມອີກ.
ພາບ ແລະ ຂ່າວ: ລຸ້ງຟ້າ ອົບພະຈັນ
ຮຽບຮຽງ ແລະ ກວດແກ້: ຄຳແສງ ແກ້ວປະເສີດ