ພະແນກ ພະລັງງານ ແລະ ບໍ່ແຮ່ ນະຄອນຫຼວງວຽງຈັນ ຈັດກອງປະຊຸມສະຫຼຸບ ປະຈຳປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023

          ກອງປະຊຸມໄດ້ຈັດຂຶ້ນໃນວັນທີ 26 ພຶດສະພາ 2023 ທີ່ພະແນກດັ່ງກ່າວ ພາຍໃຕ້ການເປັນປະທານຂອງ ທ່ານ ປອ ເສີມຄໍາ ທຸມມະວົງສາ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ນະຄອນຫຼວງວຽງຈັນ, ເປັນກຽດເຂົ້າຮ່ວມຂອງ ທ່ານ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່, ມີຄະນະພະແນກ, ພະນັກງານວິຊາການພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.

            ທ່ານ ປອ ເສີມຄໍາ ທຸມມະວົງສາ ໄດ້ຕາງໜ້າໃຫ້ຄະນະພັກ, ຄະນະພະແນກ ແລະ ພະນັກງານພາຍໃນພະແນກ ພະລັງງານ ແລະ ບໍ່ແຮ່ ນະຄອນຫຼວງວຽງຈັນ, ຂຶ້ນລາຍງານການຈັດຕັ້ງປະຕິບັດວຽກງານວຽກງານພະລັງງານ ແລະ ບໍ່ແຮ່ ທົ່ວນະຄອນຫຼວງວຽງຈັນ ໃນໄລຍະ 1 ປີຜ່ານມາ ພ້ອມກັນນີ້, ທ່ານ ຫົວໜ້າພະແນກກໍ່ໄດ້ສະເໜີທິດທາງແຜນການ ແລະ ວຽກຈຸດສຸມໃນຕໍ່ໜ້າ ບາງຕອນ ທ່ານ ໄດ້ກ່າວວ່າ: ພາຍໃຕ້ການຊີ້ນໍາ-ນໍາພາຂອງຄະນະປະຈໍາພັກ ແລະ ອົງການປົກຄອງນະຄອນຫຼວງ, ຄະນະປະຈໍາພັກ ແລະ ອົງການປົກຄອງແຕ່ລະເມືອງ ບວກກັບຄວາມຕັດສິນໃຈ, ຄວາມເປັນເຈົ້າການ, ບຸກບືນສູ້ຊົນ, ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກຂອງຖັນແຖວພະນັກງານ, ສະມາຊິກພັກ, ລັດຖະກອນ, ກໍາມະກອນຂອງຂະແໜງພະລັງງານ ແລະ ບໍ່ແຮ່ ທົ່ວນະຄອນຫຼວງ ເຊິ່ງເຮັດໃຫ້ພວກເຮົາສາມາດກ້າວຜ່ານຄວາມຫຍຸ້ງຍາກແຕ່ລະດ້ານດ້ວຍຄວາມຝືດເຄືອງ ແລະ ມີຫຼາຍດ້ານກໍສາມາດຍາດໄດ້ຜົນສໍາເລັດທີ່ມີລັກສະນະຕໍ່ເນື່ອງ ແລະ ໜັກແໜ້ນ ເຊິ່ງມີດ້ານທີ່ພົ້ນເດັ່ນ ເປັນຕົ້ນແມ່ນ ວຽກງານການເມືອງ-ແນວຄິດ, ວຽກງານການປັບປຸງກົງຈັກການຈັດຕັ້ງ, ວຽກງານການຕໍຄຸ້ມຄອງ, ຕິດຕາມ, ກວດກາ ບັນດາຫົວໜ່ວຍທຸລະກິດ ທີ່ເຄື່ອນໄຫວກິດຈະການດ້ານໄຟຟ້າ ແລະ ວຽກງານທໍລະນີສາດ, ແຮ່ທາດ ແລະ ບໍ່ແຮ່.

          ພະແນກພະລັງງານ ແລະ ບໍ່ແຮ່ ນະຄອນຫຼວງວຽງຈັນ, ມີພະນັກງານ-ລັດຖະກອນ ທັງໝົດມີ 61 ຄົນ, ເພດຍິງ 20 ຄົນ ໃນນີ້, ປະຕິບັດໜ້າທີ່ຢູ່ຂັ້ນພະແນກ 30 ຄົນ ເພດຍິງ 09 ຄົນ (ໃນນີ້, ບໍ່ລວມພະນັກງານອາສາສະໝັກ 01 ຄົນ) ແລະ ຢູ່ຫ້ອງການ 09 ເມືອງ 32 ຄົນ, ຍິງ 12 ຄົນ. ຕະຫຼອດໄລຍະ 01 ປີ ຜ່ານມາ ສາມາດຄົ້ນຄວ້າອອກໃບອະນຸຍາດ ໄດ້ທັງໝົດ 40 ຫົວໜ່ວຍ, ໃນນີ້ເປັນການສ້າງຕັ້ງດຳເນີນກິດຈະການໃໝ່ 07 ຫົວໜ່ວຍ ແລະ ຂໍຕໍ່ອະນຸຍາດດໍາເນີນກິດຈະການ 28 ຫົວໜ່ວຍ; ຂະຫຍາຍ 03 ຫົວໜ່ວຍ, ຂໍຢຸດເຊົາຖາວອນ 01 ຫົວໜ່ວຍ ແລະ ຢຸດເຊົາຊົ່ວຄາວ 01 ຫົວໜ່ວຍ;ວຽກງານໂຄງການຮ່ວມມື ສຶກສາຄວາມເປັນໄປໄດ້ (MOC) ໃນການຕິດຕັ້ງສະຖານີສາກພາຫະນະທີ່ຂັບເຄື່ອນດ້ວຍໄຟຟ້າ ເພື່ອເຊື່ອມຕໍ່ເຂົ້າລະບົບຕາຂ່າຍໄຟຟ້າ ຈຳນວນ 54 ຈຸດ ໃນນະຄອນຫຼວງວຽງຈັນ; ມາຮອດປະຈຸບັນ ແມ່ນສຳເລັດບົດສຶກສາຄວາມເປັນໄປໄດ້ ສະບັບສົມບູນແລ້ວ.

            ວຽກງານຊຸກຍູ້ສົ່ງເສີມໂຄງການຜະລິດພະລັງງານໄຟຟ້າຈາກແສງຕາເວັນມີຈໍານວນ 06 ໂຄງການ. ໃນນີ້ກໍ່ສ້າງສໍາເລັດພ້ອມແລະ ໄດ້ເຊື່ອມຕໍ່ເຂົ້າລະບົບຕາຂ່າຍຂອງໄຟຟ້າລາວເປັນທີ່ຮຽບຮ້ອຍຈຳນວນ 02 ໂຄງການ ລວມກຳລັງຕິດຕັ້ງ 08 MW. ໂຄງການທີ່ຢູ່ໃນຂັ້ນຕອນພັດທະນາ PDA ມີ 04 ໂຄງການ ເຊິ່ງລວມກຳລັງຕິດຕັ້ງ 551 MW (ຈາກຂີ້ເຫຍື້ອ 6 MW); ສໍາເລັດໂຄງການສຶກສາຄວາມເປັນໄປໄດ້ ເຂື່ອນໄຟຟ້ານໍ້າຕົກ 5 ເມັກກະວັດ, ໂຄງການເຂື່ອນນໍ້າຂອງ ຜາມອງ ເຂດເມືອງສັງທອງ ນະຄອນຫຼວງວຽງຈັນ ກຳລັງການຕິດຕັ້ງ 1.000 ເມັກກະວັດ; ສໍາເລັດໂຄງການຕິດຕັ້ງໄຟເຍືອງທາງໃສ່ເຂດເທດສະບານເມືອງ ປາກງື່ມ ແລະ ເມືອງ ສັງທອງ 142 ຊຸດ; ໂຄງການຕິດຕັ້ງໄຟເຍືອງທາງແສງຕາເວັນ ຈາກເສັ້ນທາງເລກທີ 10 ເຂົ້າຫ້ອງການວັງເຍົາວະຊົນ ແລະ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ 60 ຊຸດ; ໂຄງການຕິດຕັ້ງໄຟເຍືອງທາງຕາມເສັ້ນທາງ ຫ້ວຍຫົງ-ໜອງພະຍາ 112 ຊຸດ.

          ທ່ານ ຫົວໜ້າພະແນກໃຫ້ຮູ້ຕື່ມວ່າ: ສຳລັບວຽກງານທໍລະນີສາດ ແລະ ບໍ່ແຮ່: ໄດ້ອອກໃບອະນຸຍາດໃຫ້ 22 ຫົວໜ່ວຍ, ໃນນີ້ເປັນການອອກໃບອະນຸຍາດໃໝ່ 10 ຫົວໜ່ວຍ ແລະ ຂໍຕໍ່ 12 ຫົວໜ່ວຍ; ຄົ້ນຄວ້າອອກໃບຢັ້ງຢືນຜົນວິໄຈແຮ່ທາດ ໄດ້ 24 ຫົວໜ່ວຍ ຈໍານວນ 26 ຈຸດ; ສໍາເລັດການສຳຫຼວດ ແລະ ກຳນົດຈຸດຂຸດຄົ້ນດິນແດງ ໃນຂອບເຂດ ນະຄອນຫຼວງວຽງຈັນ ຢູ່ເຂດ ບ້ານອ່າງນ້ອຍ, ເມືອງສັງທອງ ໃນຂອບເຂດເນື້ອທີ່ 3 ເຮັກຕາ, ໃນຈຳນວນ 20 ຕົວຢ່າງ. ພ້ອມດຽວກັນນີິ້ກໍໄດ້ເອົາໃຈໃສ່ກວດກາ ໂຄງການຊອກຄົ້ນ, ສຳຫຼວດຖ່ານຫີນ ແລະ ແຮ່ຄຳຕົກຂ້ອນ ຢູ່ເຂດບ້ານຊໍ້ ແລະ ບ້ານ ວັງມ້າ ຂອງບໍລິສັດ ດີດີຊີ ມາຍນີ້ງ ຈຳກັດ ໃນເນື້ອທີ່ 200 ເຮັກຕາ; ໂຄງການສຳຫຼວດການເກັບກຳຂໍ້ມູນ ແລະ ຂຸດເຈາະສຳຫຼວດດິນ-ຫີນ ແລະ ຊາຍ, ສຳຫຼວດທໍລະນີ-ຟີຊິກ ໂຄງການເຂື່ອນໄຟຟ້ານ້ຳຂອງຜາມອງ ຂອງບໍລິສັດ ພະລັງງານບໍລິສຸດ ຈຳກັດ (ມະຫາຊົນ) ຢູ່ເຂດເມືອງ ສັງທອງ.

          ພ້ອມກັນນີ້, ໃນກອງປະຊຸມຍັງໄດ້ຍ້ອງຍໍໃຫ້ກົມກອງລວມໝູ່ ແລະ ບຸກຄົນດີເດັ່ນ ທີ່ມີຜົນງານປະກອບສ່ວນໃນຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ 5 ປີ 2016-2020 ໃນນີ້ລວມມີ: ປະດັບຫຼຽນໄຊແຮງງານຊັ້ນ II ໃຫ້ 1 ກົມກອງ ແລະ ບຸຄົນ 4 ທ່ານ ຫຼຽນໄຊແຮງງານຊັ້ນ III ມີ 8 ທ່ານ ແລະ ໃບຍ້ອງຍໍລັດຖະບານ ຈຳນວນ 11 ທ່ານ. ໃຫ້ກຽດປະດັບຫຼຽນ ແລະ ມອບໃບຍ້ອງຍໍ ຂອງ ທ່ານ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່

ພາບ ແລະ ຂ່າວ: ສົມສະໜຸກ ທອງສະຫງວນ
ຮຽບຮຽງ ແລະ ກວດແກ້: ຄຳແສງ ແກ້ວປະເສີດ