ຄະນະບໍລິຫານງານ ຊປປລ ກະຊວງ ປະຖະກະຖາວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 68 ປີ, ພ້ອມທັງປະດັບຫຼຽນຊາວໜຸ່ມຕະລຸມບອນ ແລະ ຫຼຽນກາລະນຶກ 65 ປີ ໃຫ້ການນຳກະຊວງ

          ພິທີດັ່ງກ່າວໄດ້ຈັດຂຶ້ນຢ່າງຄຶກຄື້ນໃນຕອນບ່າຍວັນທີ 16 ມິຖຸນາ 2023 ນີ້ ຢູ່ສະໂມສອນໃຫຍ່ ລັດວິສາຫະກິດໄຟຟ້າລາວ, ພາຍໃຕ້ການເປັນປະທານຮ່ວມຂອງ ສະຫາຍ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່; ສະຫາຍ ມອນໄຊ ລາວມົວຊົ່ງ ກຳມະການສຳຮອງສູນກາງພັກ, ເລຂາຄະນະພັກ, ເລຂາຄະນະບໍລິຫານງານ ສຊປລ. ມີບັນດາ ສະຫາຍ ຄະນະປະຈຳພັກກະຊວງ, ຄະນະພັກກະຊວງ, ຄະນະພັກ, ຄະນະນໍາຫ້ອງການ, ບັນດາກົມ, ສະຖາບັນ, ລັດວິສາຫະກິດ, ການນຳສູນກາງ ຊປລ ພ້ອມດ້ວຍສະມາຊິກຊາວໜຸ່ມອ້ອມຂ້າງກະຊວງພະລັງງານ ແລະ ບໍ່ແຮ່ ເຂົ້າຮ່ວມຢ່າງພ້ອມພຽງ.

          ໃນວາລະການດຳເນີນກອງປະຊຸມ, ສະຫາຍ ຈັນທະເລດ ວໍລະບຸດ ຄະນະພັກກະຊວງ, ຄະນະບໍລິຫານງານ ສຊປລ, ເລຂາ ຄຊປປລ ກະຊວງ ໄດ້ຕາງໜ້າ ໃຫ້ຄະນະບໍລິຫານງານ ຊປປລ ກະຊວງ ກ່າວລາຍງານຫຍໍ້ ກ່ຽວກັບສະພາບການເຄື່ອນໄຫວຂອງ ຄະນະບໍລິຫານງານ ຊປປລ ກະຊວງ ໃນໄລຍະຜ່ານມາວ່າ: ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງພະລັງງານ ແລະ ບໍ່ແຮ່ ມີສະມາຊິກທັງໝົດ 2.335 ສະຫາຍ, ຍິງ 743 ສະຫາຍ ໃນນີ້: ເປັນສະມາຊິກພັກ 526 ສະຫາຍ, ຍິງ 192 ສະຫາຍ ; ເປັນສະມາຊິກແມ່ຍິງ 692 ສະຫາຍ ; ເປັນສະມາຊິກກຳມະບານ 2.111 ສະຫາຍ; ປະກອບມີ 4 ຄະຊາວໜຸ່ມປະຊາຊົນປະຕິວັດລາວຮາກຖານ, 13 ໜ່ວຍຮາກຖານ ແລະ 30 ໜ່ວຍຊາວໜຸ່ມຂຶ້ນກັບຄະນະຊາວໜຸ່ມຮາກຖານ; ມີຄະນະບໍລິຫານງານ ຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງທັງໝົດ 22 ສະຫາຍ, ຍິງ 6 ສະຫາຍ, ມີເລຂາ 1 ສະຫາຍ, ຮອງເລຂາ 3 ສະຫາຍ, ຄະນະປະຈຳ 8 ສະຫາຍ;

          ມີຫ້ອງການຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງ ເປັນກົງຈັກຊ່ວຍວຽກ ໂດຍແມ່ນ ສຫ ຮອງເລຂາ 1 ສະຫາຍ ເປັນຫົວໜ້າຫ້ອງການ, ມີຮອງຫົວໜ້າຫ້ອງການ 8 ສະຫາຍ, ປະກອບມີ 8 ໜ່ວຍງານຊ່ວຍວຽກ ຄື: ໜ່ວຍງານບໍລິຫານງານ ແລະ ສັງລວມ; ໜ່ວຍງານສະຖິຕິ ແລະ ຂໍ້ມູນຂ່າວສານ; ໜ່ວຍງານ 4 ບຸກ ແລະ 3 ສ້າງ; ໜ່ວຍງານບຸກຄະລາກອນ ແລະ ຍ້ອງຍໍ; ໜ່ວຍງານຂະບວນການ ແລະ ຊ່ວຍເຫຼືອສັງຄົມ; ໜ່ວຍງານກວດກາ ແລະ ລະບຽບວິໄນ; ໜ່ວຍງານເສດຖະກິດ ແລະ ການເງິນ ແລະ ໜ່ວຍງານແຜນການ ແລະ ການຮ່ວມມື. ນັບແຕປີ 20214 ເປັນຕົ້ນມາ, ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຖືກຮັບຮອງເປັນຄະນະຊາວໜຸ່ມ 4 ບຸກແລ້ວ 6 ຄັ້ງ, ໄດ້ຮັບທຸງໄຊນໍາໜ້າ ເຊິ່ງເປັນທຸງໄຊສູງສຸດຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ 1 ສະໄໝ ໃນປີ 2020; ໄດ້ປະກອບສ່ວນ ທາງດ້ານວັດຖຸ ແລະ ເງິນສົດເພື່ອຊ່ວຍເຫຼືອສັງຄົມທັງໝົດ 300 ກວ່າລ້ານກີບ.

          ອັນພົ້ນເດັ່ນກວ່າໝູ່ແມ່ນ : ຊ່ວຍເຫຼືອຜູ້ປະສົບໄປນໍ້າຖ້ວມ ຢູ່ແຂວງ ສະຫວັນນະເຂດ, ສາລະວັນ ແລະ ແຂວງ ອັດຕະປີ ໃນປີ 2020, ແຂວງອຸດົມໄຊ, ແຂວງ ໄຊຍະບູລີ, ແຂວງ ບໍ່ແກ້ວ ແລະ ແຂວງ ຫຼວງນໍ້າທາ ໃນປີ 2022; ລະດົມທຶນເພື່ອຊ່ວຍເຫຼືອອຸປະກອນໄຟຟ້າແສງຕາເວັນໃຫ້ແກ່ທະຫານຊາຍແດນ ຢູ່ແຂວງ ຄຳມ່ວນ, ແຂວງຫົວພັນ, ແຂວງໄຊຍະບູລີ, ແຂວງຫຼວງພະບາງ ແລະ ແຂວງບໍລິຄໍາໄຊ, ແຂວງຜົ້ງສາລີ ໂດຍຜ່ານສູນກາງຊາວໜຸ່ມ ແລະ ມອບໂດຍກົງໃຫ້ບັນດາ ຄຊປປລ ແຂວງ.

          ຫຼັງຈາກນັ້ນ, ກໍ່ໄດ້ຮັບການນຳສະເໜີຫຍໍ້ ບາງຜົນສຳເລັດການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຢູ່ໃນຂະແໜງການເງິນ ແລະ ຂະແໜງການພະລັງງານ ແລະ ບໍ່ແຮ່ ແລະ ຕໍ່ດ້ວຍການປະຖະກະຖາຫວນຄືນມູນເຊື້ອວັນສ້າງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 68 ປີ ໂດຍໃຫ້ກຽດປະຖະກະຖາຂອງ ສະຫາຍ ມອນໄຊ ລາວມົວຊົ່ງ ກຳມະການສຳຮອງສູນກາງພັກ, ເລຂາຄະນະພັກ, ເລຂາຄະນະບໍລິຫານງານ ສຊປລ. ສະຫາຍ ເລຂາຄະນະບໍລິຫານງານ ສຊປລ ໄດ້ຍົກໃຫ້ມູນເຊື້ອອັນພິລາອາດຫານ ຂອງຊາວໜຸ່ມລາວ ທັງໃນໄລຍະຕໍ່ສູ້, ກູ້ຊາດ ແລະ ໄລຍະປົກປັກຮັກສາ, ສ້າງສາປະເທດຊາດ ສົມກັບການເຊື້ອໝັ້ນຂອງພັກ ແລະ ລັດເຮົາ ເຊິ່ງຍາມໃດ ຊາວໜຸ່ມກໍ່ກາຍເປັນແຂນຂວາຂອງພັກ, ເປັນກະດູກສັນຫຼັງຂອງຊາດ ແລະ ເປັນຜູ້ປະຈັນບານ. ພ້ອມກັນນີ້, ສະຫາຍ ເລຂາຄະນະບໍລິຫານງານ ສຊປລ ຍັງໄດ້ຮຽກຮ້ອງໃຫ້ຊາວໜຸ່ມທຸກຂັ້ນ ຈົ່ງຍົກສູງບົດບາດປະຈັນບານຂອງຊາວໜຸ່ມ ເຂົ້າໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານ ທີ່ໄດ້ຮັບການມອບໝາຍໃຫ້ສຳເລັດ, ຝຶກຝົນຫຼໍ່ຫຼ້ອມຕົນເອງໃຫ້ກາຍເປັນຜູ້ທີ່ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດ, ສິນທຳປະຕິວັດ ແລະ ມີຄວາມຈົງຮັກພັກດີຕໍ່ພັກ ແລະ ປະເທດຊາດ.

          ເພື່ອລະນຶກເຖິງຄຸນງາມຄວາມດີຂອງການນຳພັກ-ລັດ ເວົ້າລວມ, ເວົ້າສະເພາະຂອງການນຳກະຊວງ ກອງປະຊຸມຍັງໄດ້ປະດັບຫຼຽນຊາວໜຸ່ມຕະລຸມບອນ ເຊິ່ງເປັນຫຼຽນສູງສຸດຂອງ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ໃຫ້ບັນດາ ສະຫາຍ ຄະນະປະຈຳພັກກະຊວງ ໂດຍແມ່ນ ສະຫາຍ ມອນໄຊ ລາວມົວຊົ່ງ ກຳມະການສຳຮອງສູນກາງພັກ, ເລຂາຄະນະພັກ, ເລຂາຄະນະບໍລິຫານງານ ສຊປລ ເປັນຜູ້ປະດັບ.

ພາບ: ວິລະຊາດ ສາຍອັດຕະປື
ຂ່າວ: ຄຳແສງ ແກ້ວປະເສີດ