ຜ່ານການເຂົ້າຮ່ວມຕິດຕາມການດຳເນີນກອງປະຊຸມກາງສະໄໝຂອງໜ່ວຍພັກກົມທຸລະກິດພະລັງງາານ ສະຫາຍ ໂພໄຊ ໄຊຍະສອນ, ກຳມະການສຸນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ກໍ່ໄດ້ສະຫຼຸບຕີລາຄາການຈັດຕັ້ງປະຕິບັດມະຕິິກອງປະຊຸມໃຫຍ່ຄັ້ງທີ III ຂອງໜ່ວຍພັກກົມທຸລະກິດພະລັງງານ ຕິດພັນກັບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ III ຂອງອົງຄະນະພັກກະຊວງພະລັງງານ ແລະ ບໍ່ແຮ່ ຮອດໄລຍະກາງສະໄໝ, ຕໍ່ບົດສຳຫຼວດຜົນການນຳພາຂອງຄະນະບໍລິຫານງານໜ່ວຍພັກ ແລະ ຕໍ່ໃບສຳຫຼວດຕົນເອງຂອງບັນດາສະຫາຍເລຂາ, ຮອງເລຂາ, ຄະນະໜ່ວຍພັກ ແລະ ຄະນະກົມ ແລະ ການປະກອບຄຳຄິດຄຳເຫັນຂອງບັນດາສະມາຊິກພັກທັງໝົດທີ່ຫາກໍ່ຜ່ານໄປນັ້ນ. ຜ່ານການຮັບຟັງບັນດາເອກະສານທີ່ໄດ້ກ່າວມານັ້ນ ຮັບຮູ້ໄດ້ວ່າໜ່ວຍພັກກົມທຸລະກິດພະລັງງານ ໄດ້ມີການເຄື່ອນໄຫວຕາມພາລະບົດບາດ, ສິດໜ້າທີ່ ແລະ ຂອບເຂດຄວາມຮັບຜິດຊອບຢ່າງເຂັ້ມແຂງ.