ກອງປະຊຸມກາງສະໄໝ ຂອງໜ່ວຍພັກ ກົມແຜນການ ແລະ ການຮ່ວມມື

          ໃນຕອນເຊົ້າຂອງວັນທີ່ 23 ມີຖຸນາ 2023 ຢູ່ທີຫ້ອງປະຊຸມກົມແຜນການ ແລະ ການຮ່ວມມື ໄດ້ເປີດກອງປະຊຸມກາງສະໄໝ ຂອງໜ່ວຍພັກກົມແຜນການ ແລະ ການຮ່ວມມື ໂດຍພາຍໃຕ້ການເປັນປະ ທານຂອງ ສະຫາຍ ປອ ອາຄົມເດດ ວົງໄຊ ຄະນະພັກກະຊວງ, ເລຂາໜ່ວຍພັກ, ຫົວໜ້າກົມແຜນການ ແລະ ການຮ່ວມມື. ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ປອ ສີນາວາ ສຸພານຸວົງ, ຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີ, ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ມີຕາງໜ້າຄະນະຮັບຜິດຊອບກອງປະຊຸມກາງສະໄໝ ຈາກກົມຈັດຕັ້ງ ແລະ ພະນັກງານ ແລະ ກົມກວດກາ ກໍ່ໄດ້ເຂົ້າຮ່ວມ.

           ໜ່ວຍພັກກົມແຜນການ ແລະ ການຮ່ວມມື ມີສະມາຊິກພັກເຂົ້າຮ່ວມທັງໝົດ 16 ສະຫາຍ, ຍິງ 8 ສະຫາຍ ໃນນັ້ນ, ມີສະມາຊິພັກສໍາຮອງ 1 ສະຫາຍ, ເປັນຍິງ 1 ສະຫາຍ ກອງປະຊຸມໄດ້ທົບທວນຄືນການນໍາພາ-ຊີ້ນໍາ ຂອງໜ່ວຍພັກ ແລະ ຄະນະໜ່ວຍພັກ ກົມແຜນການ ແລະ ການຮ່ວມມື ຕະຫຼອດໄລຍະ 2 ປີເຄິ່ງທີຜ່ານມາ. ນອກຈາກນັ້ນ, ກອງປະຊຸມດັ່ງກ່າວຍັງໄດ້ມີການປະກອບຄໍາຄິດ ຄໍາເຫັນ ຂອງບັນດາສະມາຊິກພັກທັງໝົດ ພ້ອມທັງຖອດຖອນບົດຮຽນ ແລະ ຂໍ້ບົກຜ່ອງ ທີຈະຕ້ອງສືບຕໍ່ແກ້ໄຂໃນຕໍ່ໜ້າ. ພ້ອມດຽວກັນນັ້ນ, ຜູ້ແທນກອງປະຊຸມກໍ່ໄດ້ລົງຄະແນນສຽງຄວາມໄວ້ວາງໃຈ ຕໍ່ການນໍາພາ-ຊີ້ນໍາລວມຂອງໜ່ວຍພັກ ແລະ ຕໍ່ຄະນະໜ່ວຍພັກ ແລະ ໃນຕອນທ້າຍຂອງກອງປະຊຸມຍັງໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນໍາ ຂອງ ສະຫາຍ ປອ ສີນາວາ ສຸພານຸວົງ, ຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີ, ກະຊວງພະລັງງານ ແລະ ບໍ່ແຮ່ ເພື່ອເປັນເຂັມທິດເຍື່ອງທາງໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ.
ແຫຼ່ງຂໍ້ມູນ: ກົມແຜນການ ແລະ ການຮ່ວມມື