ໜ່ວຍພັກ ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ ສຳເລັດການດຳເນີນກອງປະຊຸມກາງສະໄໝ

ຂ່າວສັ້ນ:
            ກອງປະຊຸມກາງສະໄໝຂອງໜ່ວຍພັກ ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 27 ມິຖຸນາ 2023 ນີ້, ພາຍໃຕ້ການເປັນປະທານຂອງ ສະຫາຍ ພູວຽງ ແກ້ວບຸບຜາ ເລຂາໜ່ວຍພັກ, ຫົວໜ້າສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່. ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ທອງຂັນ ພິມວິໄລ ຄະນະປະຈຳພັກກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ. ມີຄະນະໜ່ວຍພັກ, ສະມາຊິກພັກສົມບູນ, ສຳຮອງ ເຂົ້າຮ່ວມຢ່າງພ້ອມພຽງ.
            ກອງປະຊຸມໄດ້ທົບທວນຄືນການຊີ້ນຳ-ນຳພາຂອງໜ່ວຍພັກ ແລະ ຄະນະໜ່ວຍພັກສະຖາບັນ ຕະຫຼອດໄລຍະ 2ປີເຄິ່ງທີ່ຜ່ານ. ພ້ອມກັນນີ້, ກອງປະຊຸມຍັງໄດ້ປະກອບຄໍາຄິດຄໍາເຫັນ ແລະ ຕໍານິກໍ່ສ້າງເຊິ່ງກັນ ແລະ ກັນຢ່າງກົງໄປກົງມາ ພ້ອມທັງຖອດຖອນບົດຮຽນທີ່ປະຕິບັດ ແລະ ຂໍ້ບົກຜ່ອງ ທີ່ຈະຕ້ອງສືບຕໍ່ແກ້ໄຂ. ຫຼັງຈາກນັ້ນ ຜູ້ແທນກອງປະຊຸມກໍ່ໄດ້ດຳເນີນການລົງຄະແນນສຽງຄວາມໄວ້ວາງໃຈຕໍ່ການນຳພາລວມຂອງໜ່ວຍພັກ ແລະ ຕໍ່ຄະນະໜ່ວຍພັກ. ຕອນທ້າຍຂອງພິທີ ຍັງໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນໍາຂອງ ສະຫາຍ ຄະນະປະຈຳພັກກະຊວງຕື່ມອີກ.
ພາບ: ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່
ຂ່າວ: ຄໍາແສງ ແກ້ວປະເສີດ