ກອງປະຊຸມເຜີຍແຜ່ເນື້ອໃນສັນຍາສຳປະທານໂຄງການຂຸດຄົ້ນ ແລະ ປຸງແຕ່ງ ແຮ່ຄຳ ຢູ່ເມືອງຊານໄຊ, ເມືອງພູວົງ ແລະ ຂຸດຄົ້ນ ແລະ ປຸງແຕ່ງ ແຮ່ບົກຊິດ ຢູ່ເມືອງຊານໄຊ, ແຂວງອັດຕະປື ແລະ ເມືອງດາກຈຶງ, ແຂວງເຊກອງ.

          ກອງປະຊຸມເຜີຍແຜ່ດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 3 ສິງຫາ 2023 ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງສະພາປະຊາຊົນແຂວງອັດຕະປື ໂດຍການເປັນປະທານຮ່ວມຂອງ ທ່ານ ຈັນທະລາ ແກ້ວຫາວົງ ຫົວໜ້າກົມຄຸ້ມຄອງບໍ່ແຮ່ ແລະ ທ່ານ ວິທະຍາ ພົມມະຈັນ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງອັດຕະປື. ມີບັນດາ ທ່ານຮອງເຈົ້າເມືອງ, ຫົວໜ້າຫ້ອງການພະລັງງານ ແລະ ບໍ່ແຮ່ ເມືອງຊານໄຊ, ແຂວງອັດຕະປື ແລະ ສະພາປະຊາຊົນແຂວງ ພ້ອມດ້ວຍຕາງໜ້າຈາກຫ້ອງການກະຊວງພະລັງງານ ແລະ ບໍ່ແຮ່, ກົມສົ່ງເສີມການລົງທຶນ (ກະຊວງແຜນການ ແລະ ການລົງທຶນ) ແລະ ພາກສ່ວນທີ່ກ່ຽວຂ້ອງຂອງທ້ອງຖິ່ນ, ບ້ານທີ່ໂຄງການຕັ້ງຢູ່ ແລະ ບໍລິສັດເຂົ້າຮ່ວມທັງໝົດ 43 ທ່ານ.

          ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ຮັບຟັງການເຜີຍແຜ່ເນື້ອໃນສັນຍາສໍາປະທານ ວ່າດ້ວຍການຂຸດຄົ້ນ ແລະ ປຸງແຕ່ງ ແຮ່ຄຳ ໃນເນື້ອທີ່ 296 ເຮັກຕາ, ຢູ່ເຂດບ້ານດອນຈັນ, ບ້ານນ້ໍາງອນເໜືອ, ບ້ານນ້ໍາງອນໃຕ້, ບ້ານກອງນາໃໝ່, ບ້ານດາກລະ ແລະ ບ້ານດາກລຽມ, ເມືອງຊານໄຊ, ແຂວງອັດຕະປື ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ກັບ ບໍລິສັດ ຫຸ້ນສ່ວນການລົງທຶນ ແລະ ທຸລະກິດກ໋ອຟລອງແທງ (Long Thanh Golf Investment and Trading Joint – Stock Company) ສະບັບລົງວັນທີ 14 ພະຈິກ 2022, , ທັງນີ້ກໍເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ແນວທາງນະໂຍບາຍຂອງ ພັກ, ລັດຖະບານ ໃນການພັດທະນາອຸດສາຫະກຳບໍ່ແຮ່ ຢູ່ປະເທດພວກເຮົາ.
          ຕໍ່ມາໃນວັນທີ 4 ສິງຫາ 2023 ໄດ້ສືບຕໍເຜີຍແຜ່ເນື້ອໃນສັນຍາສໍາປະທານ ວ່າດ້ວຍການຂຸດຄົ້ນ ແລະ ປຸງແຕ່ງ ແຮ່ບົກຊິດ ໃນເນື້ອທີ່ 194,12 ກິໂລຕາແມັດ, ຢູ່ເຂດເມືອງຊານໄຊ, ແຂວງອັດຕະປື ແລະ ເມືອງດາກຈຶງ, ແຂວງເຊກອງ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ກັບ ສະຫະບໍລິສັດ ລາວບໍລິການ ຈຳກັດຜູ້ດຽວ ສະບັບລົງວັນທີ 12 ທັນວາ 2022 ຕື່ມອີກ.
ພາບ ແລະ ຂ່າວ: ກົມຄຸ້ມຄອງບໍ່ແຮ່
ຮຽບຮຽງ: ຄຳແສງ ແກ້ວປະເສີດ