ກອງປະຊຸມ ລາຍງານຜົນສຳເລັດດິນໜຽວ ແລະ ຫີນຊາຍ ໃນເນື້ອທີ່ 292 ເຮັກຕາ Post author:mem admin Post published:02/11/2023 Post category:ກົມທໍລະນີສາດ-ແຮ່ທາດ ວັນທີ 31 ຕຸລາ 2023 ກົມທໍລະນີສາດ ແລະ ແຮ່ທາດ, ກະຊວງພະລັງງານ ແລະ ບໍ່ແຮ່ ຈັດກອງປະຊຸມ ລາຍງານຜົນສຳເລັດດິນໜຽວ ແລະ ຫີນຊາຍ ໃນເນື້ອທີ່ 292 ຮຕ ຢູ່ເຂດບ້ານ ນາພ້ອງ ແລະ ບ້ານ ນາຊັດ, ເມືອງ ຫີນເຫີບ, ແຂວງ ວຽງຈັນ ຂອງບໍລິສັດ ວຽງຈັນ ຫົງຊື ໃສທິລາດ ຊີມັງ ຈຳກັດ ໂດຍພາຍໃຕ້ການເປັນປະທານຂອງທ່ານ ສູນທອນ ລາວໂລ ຮອງຫົວໜ້າກົມທໍລະນີສາດ ແລະ ແຮ່ທາດ ແລະ ບັນດາຜູ້ຕ່າງໜ້າຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ເຊີ່ງລັດຖະບານແຫ່ງ ສປປ ລາວ ໄດ້ເຊັນສັນຍາວ່າດ້ວຍການສຳຫຼວດດິນໜຽວ ແລະ ຫີນຊາຍ ໃນເນື້ອທີ່ 292 ຮຕ ຢູ່ເຂດບ້ານ ນາພ້ອງ ແລະ ບ້ານ ນາຊັດ, ເມືອງ ຫີນເຫີບ, ແຂວງ ວຽງຈັນ ກັບ ບໍລິສັດ ວຽງຈັນ ຫົງຊື ໃສທິລາດ ຊີມັງ ຈຳກັດ ສະບັບ ລົງວັນທີ 23 ກຸມພາ 2022 ລວມອາຍຸສັນຍາ 3 ປີ (ໄລຍະສຳຫຼວດ 2 ປີ, ໄລຍະສ້າງບົດສືກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ ແລະ ບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມແບບລະອຽດ ລວມ 1 ປີ) ສັນຍາມີອາຍຸຮອດວັນທີ 22 ກຸມພາ 2025. ພາຍຫຼັງເຊັນສັນຍາແລ້ວໄດ້ຈົດທະບຽນສ້າງຕັ້ງເປັນ ບໍລິສັດ ວຽງຈັນ ຫົງຊື ໃສທິລາດ ຊີມັງ ຈຳກັດ ຂື້ນຕາມໃບອະນຸຍາດລົງທຶນ ຂອງກະຊວງແຜນການ ແລະ ການລົງທຶນ ລະບັບເລກທີ 067-2022/ກຜທ.ລທ3, ລົງວັນທີ 30 ມິຖຸນາ 2022 ເພື່ອເຄື່ອນໄຫວວຽກງານໂຄງການດັ່ງກ່າວ.ພາບ ແລະ ຂ່າວ: ວຽງສະຫວັນ ປຣະດິດຮຽບຮຽງ: ປະສົງໄຊ ໂຄດໂຍທາWebsite: www.mem.gov.laສາຍດ່ວນ: 1506 You Might Also Like ກອງປະຊຸມສຳມະນາສາກົນ ກ່ຽວກັບການພັດທະນາຊັບພະຍາກອນແຮ່ເກືອໂປຕາສ ຢູ່ ສປປ ລາວ 04/11/2024 ກະຊວງພະລັງງານ ແລະ ບໍ່ແຮ່ ສປປ ລາວ ພົບປະຢ້ຽມຢາມ ກົມທໍລະນີສາດອຸດສະຫະກຳນິວເຄຼຍ ແຂວງ ຊິງໄຫ ສປ ຈີນ 12/09/2024 ກົມທໍລະນີສາດ ແລະ ແຮ່ທາດ ສືບຕໍ່ເຜີຍແຜ່ ແລະ ມອບ-ຮັບ ຂໍ້ຕົກລົງຂອງ ລັດຖະມົນຕີ ວ່າດ້ວຍການແບ່ງຂັ້ນຄຸ້ມຄອງວຽກງານທໍລະນີສາດ ແລະ ແຮ່ທາດ ຢູ່ແຂວງຊຽງຂວາງ ແລະ ແຂວງຫົວພັນ 08/02/2024
ກະຊວງພະລັງງານ ແລະ ບໍ່ແຮ່ ສປປ ລາວ ພົບປະຢ້ຽມຢາມ ກົມທໍລະນີສາດອຸດສະຫະກຳນິວເຄຼຍ ແຂວງ ຊິງໄຫ ສປ ຈີນ 12/09/2024
ກົມທໍລະນີສາດ ແລະ ແຮ່ທາດ ສືບຕໍ່ເຜີຍແຜ່ ແລະ ມອບ-ຮັບ ຂໍ້ຕົກລົງຂອງ ລັດຖະມົນຕີ ວ່າດ້ວຍການແບ່ງຂັ້ນຄຸ້ມຄອງວຽກງານທໍລະນີສາດ ແລະ ແຮ່ທາດ ຢູ່ແຂວງຊຽງຂວາງ ແລະ ແຂວງຫົວພັນ 08/02/2024