ພາຍຫຼັງທີ່ສະຫາຍ ໄດ້ຮັບການແຕ່ງຕັ້ງເປັນ ຮອງລັດຖະມົນຕີ, ຄະນະປະຈໍາພັກ ແລະ ປະທານກວດກາພັກຂອງກະຊວງແລ້ວ ສະຫາຍກໍ່ຍັງໄດ້ສືບຕໍ່ນໍາພາຊີ້ນໍາວຽກງານກວດກາ, ວຽກງານອົງການຈັດຕັ້ງມະຫາຊົນ, ວຽກງານທໍລະນີສາດ ແລະ ແຮ່ທາດ ແລະ ບັນດາພະແນກພະລັງງານ ແລະ ບໍ່ແຮ່ແຂວງ. ດ້ວຍຫຼາຍບົດບາດ ແລະ ພາລະໜ້າທີີ່ ທີີ່ສະຫາຍໄດ້ຮັບຕະຫຼອດມາ ສະແດງໃຫ້ເຫັນເຖິງຄວາມຫ້າວຫັນ, ຄວາມເອົາໃຈໃສ່, ຄວາມເສຍສະຫຼະທຸ້ມເທແຮງກາຍແຮງໃຈ ຕໍ່ໜ້າທີ່ວຽກງານ ຈົນເປັນທີ່ໄວ້ວາງໃຈຕໍ່ຂັ້ນເທິງໃຫ້ສະຫາຍຊີ້ນໍາວຽກງານສໍາຄັນຕ່າງໆຂອງຂະແໜງການເຮົາ.