
ລະຫວ່າງວັນທີ 16-18 ພະຈິກ 2023 ທີ່ແຂວງ ຫຼວງພະບາງ, ກົມແຜນການ ແລະ ການຮ່ວມມື, ກະຊວງພະລັງງານ ແລະ ບໍ່ແຮ່, ໄດ້ຈັດກອງປະຊຸມຖອດຖອນບົດຮຽນກ່ຽວກັບວຽກງານສະຖິຕິ ແລະ ແຜນການ ຂອງຂະແໜງການພະລັງງານ ແລະ ບໍ່ແຮ່ ໂດຍພາຍໃຕ້ການເປັນປະທານຮ່ວມລະຫວ່າງ ທ່ານ ປະລິນຍາເອກ ອາຄົມເດດ ວົງໄຊ ຫົວໜ້າກົມແຜນການ ແລະ ການຮ່ວມມື, ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ທ່ານ ທອງປານ ບຸນສະນິດ ຮອງຫົວໜ້າພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງ ຫຼວງພະບາງ. ມີຜູ້ຕາງໜ້າຈາກຫ້ອງການກະຊວງ, ບັນດາກົມ, ສະຖາບັນ ອ້ອມຂ້າງກະຊວງ. ນອກຈາກນີ້, ຍັງມີບັນດາຂະແໜງການທີ່ກ່ຽວຂ້ອງຈາກສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມຄັ້ງນີ້, ຈັດຂຶ້ນກໍ່ເພື່ອການສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການພະລັງງານ ແລະ ບໍ່ແຮ່ ໄລຍະກາງສະໄໝ (ປະຈຳງວດ, ປີ ແລະ ກາງສະໄໝ), ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນທີ່ຕິດພັນກັບຂະແໜງການພະລັງງານ ແລະ ບໍ່ແຮ່ ໃນໄລຍະປີ 2021-2025. ພ້ອມກັນນີ້, ກອງປະຊຸມຍັງໄດ້ທົບທວນຄືນການຈັດຕັ້ງປະຕິບັດວຽກງານສະຖິຕິ ແລະ ຍຸດທະສາດການພັດທະນາວຽກງານສະຖິຕິທີ່ຕິດພັນກັບການຈັດຕັ້ງເກັບກຳສັງລວມບັນດາຂໍ້ມູນຕົວເລກຂອງຂະແໜງການໄຟຟ້າ ແລະ ບໍ່ແຮ່ ໂດຍສະເພາະແມ່ນແຜນພັດທະນາຂະແໜງ ການພະລັງງານ ແລະ ບໍ່ແຮ່ 5 ປີ ຄັ້ງທີ IX (2021-2025) ຕໍ່ກັບການລາຍງານບົດສະຫຼຸບວຽກງານອັນພົ້ນເດັ່ນທີ່ໄດ້ສຳເລັດການຈັດຕັ້ງປະຕິບັດຜ່ານມາ. ທັງນີ້, ກໍ່ເພື່ອປະຕິບັດຕາມຄໍາສັ່ງຂອງ ນາຍົກລັດຖະມົນຕີ, ສະບັບເລກທີ 05/ນຍ, ວັນທີ 21 ພຶດສະພາ 2019, ວ່າດ້ວຍການສ້າງແຜນພັດທະນາເສດຖະກິດ-ການເງິນແຫ່ງຊາດ 5 ປີຄັ້ງທີ IX (2021-2025), ອີງຕາມຄໍາແນະນໍາກະຊວງແຜນການ ແລະ ການລົງທຶນ, ເລກທີ 1610/ກຜທ, ວັນທີ 26 ກໍລະກົດ 2019, ກ່ຽວກັບການສ້າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ IX (2021-2025), ອີງຕາມວິໄສທັດ 2030 , ຍຸດທະສາດ 2025 ແລະ ແຜນການ 5 ປີ ຄັ້ງທີ VIII (2016-2020) ແລະ ແຜນການ 5 ປີ ຄັ້ງທີ IX (2021-2025).





