
ກອງປະຊຸມໃຫ່ຍຜູ້ແທນຊາວໜຸ່ມ ຄັ້ງທີ I ຂອງ ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ຮາກຖານ ບໍລິສັດ ຜະລິດໄຟຟ້າລາວ ມະຫາຊົນ, ໄດ້ໄຂຂື້ນ ແລະ ອັດລົງດ້ວຍຜົນສຳເລັດຢ່າງຈົບງາມ ໃນຕອນເຊົ້າເປັນ ຂອງ ວັນທີ 28 ພະຈິກ 2023 ຢູ່ທີ່ ຫ້ອງປະຊຸມໃຫຍ່ຂອງ ລັດວິສາຫະກິດ ໄຟຟ້າລາວ ພາຍໃຕ້ການເປັນປະທານ ຂອງ: ສະຫາຍ ຄານນະຄອນ ເພັງສະຫວັດ ເລຂາ ຄະນະບໍລິຫານງານ ຊປປລ ຮາກຖານ ບໍລິສັດຜະລິດໄຟຟ້າລາວມະຫາຊົນ. ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ຈັນທະເລດ ວໍລະບຸດ ກຳມະການ ຄະນະບໍລິຫານງານ ພັກກະຊວງ, ກຳມະການ ຄະນະບໍລິຫານງານສູນກາງຊາວໜຸ່ມ, ເລຂາຄະນະຄະນະບໍລິຫານງານ ຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງພະລັງງານ ແລະ ບໍ່ແຮ່; ສະຫາຍ ວັນແສງ ວັນນະວົງ ຮອງເລຂາ ຄະນະພັກຮາກຖານ ບໍລິສັດ ຜະລິດ-ໄຟຟ້າລາວມະຫາຊົນ, ມີຫົວໜ້າຫ້ອງການຊາວໜຸ່ມກະຊວງ, ເລຂາ, ຮອງເລຂາ ຄະນະບໍລິຫານງານ ຊປປລ ຮາກຖານ, ໜ່ວຍຮາກຖານ ຊາວໜຸ່ມ ອ້ອມຂ້າງກະຊວງ ຕາງໜ້າອົງການຈັດຕັ້ງພາຄີ ກໍາມະບານ, ແມ່ຍິງ ຜ-ຟຟລ ພ້ອມດ້ວຍຜູ້ແທນກອງປະຊຸມໃຫຍ່ເຂົ້າຮວ່ມທັງໝົດ 112 ສະຫາຍ; ເປັນຜູ້ແທນສົມບູນຈຳນວນ 94 ສະຫາຍ, ຍິງ 48 ສະຫາຍນາງ.

ກອງປະຊຸມໃຫຍ່ ໄດ້ຮັບຮອງເອົາບົດລາຍງານການເມືອງທັງສອງພາກ ຊຶ່ງເປັນພື້ນຖານໃຫ້ແກ່ການ ນຳພາ-ຊີ້ນຳ ວຽກງານຊາວໜຸ່ມ ຢູ່ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ນຳສະເໜີໂດຍ ສະຫາຍ ຄານນະຄອນ ເພັງສະຫວັດ ເລຂາ ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວ ຮາກຖານ ຜ-ຟຟລ. ບົດລາຍງານດັ່ງກ່າວໄດ້ຕີລາຄາຢ່າງມີພາວະວິໄສ ເຖິງຜົນສໍາເລັດ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ໃນການເຄື່ອນໄຫວວຽກງານຊາວໜຸ່ມຢູ່ພາຍໃນ ຜ-ຟຟລ. ໃນຕະລອດໄລຍະເວລາ 3 ປີ (2021-2023) ທີ່ຜ່ານມາ, ພ້ອມກັນນີ້ ກໍໄດ້ສະເໜີທິດທາງແຜນການ ນຳພາ-ຊີ້ນຳ ວຽກງານຊາວໜຸ່ມ ຜ-ຟຟລ, ໃນໄລຍະ 5 ປີ (2024-2029) ໃນຕໍ່ໜ້າ ໃຫ້ມີຄວາມເຂັ້ມແຂງ, ໜັກ ແໜ້ນ ແລະ ມີການຫັນປ່ຽນຢ່າງຕັ້ງໜ້າ, ຫຼັງຈາກນັ້ນຜູ້ແທນກອງປະຊຸມໃຫຍ່ ກໍໄດ້ພ້ອມກັນປະກອບຄຳເຫັນຢ່າງກົງໄປກົງມາ ພ້ອມໄດ້ຮັບຮອງເອົາ ບົດລາຍງານ ແລະ ແຜນການ ດັ່ງກ່າວຢ່າງເປັນເອກະສັນ.






