ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີ ສຳເລັດການເຂົ້າຮ່ວມກອງປະຊຸມສຳມະນາວິທະຍາສາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ

         ໃນວັນທີ 29 ພະຈິກ 2023 ຜ່ານມານີ້, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມສຳມະນາວິທະຍາສາດ ພາຍໃຕ້ຫົວຂໍ້: “ການສ້າງຄວາມສົມດູນດ້ານເສດຖະກິດ ໂດຍອີງໃສ່ທ່າແຮງຂອງປະເທດ” ຢູ່ທີ່ເມືອງວັງວຽງ, ແຂວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ສົມດີ ດວງດີ, ອາດີດຮອງນາຍົກລັດຖະມົນຕີ, ອາດີດລັດ ຖະມົນຕີ ກະຊວງການເງິນ, ຫົວໜ້າຄະນະຊ່ຽວຊານລາວ ຕາມຂໍ້ຕົກລົງເລກທີ 132/ນຍ; ມີບັນດາທ່ານ ລັດຖະມົນຕີ, ຮອງລັດຖະມົນຕີ, ຜູ້ຕາງໜ້າກຳມາທິການ ທີ່ກ່ຽວຂ້ອງຂອງສະພາແຫ່ງຊາດ, ສະຖາບັນຄົ້ນຄວ້າເສດຖະກິດ-ສັງຄົມແຫ່ງຊາດ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ, ມະຫາວິທະຍາໄລແຫ່ງຊາດ, ບັນດາທ່ານໃນຄະນະ ຕາມຂໍ້ຕົກລົງ 132/ນຍ ແລະ ແຂກທີ່ຖືກເຊີນ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ຈະດຳເນີນໃນວັນທີ 29-30 ພະຈິກ 2023 ໂດຍມີຈຸດປະສົງ ເພື່ອນຳສະເໜີຂໍ້ມູນ, ຄົ້ນຄວ້າ ແລະ ປະກອບຄຳຄິດເຫັນ ຕໍ່ບັນດາຫົວຂໍ້ຍ່ອຍ ທີ່ໄດ້ນຳມາສຳມະນາ ຄື: ການດູນດ່ຽງມະຫາພາກ ດ້ານແຫຼ່ງທຶນ ແລະ ແຮງງານ ເພື່ອການພັດທະນາ; ທ່າແຮງດ້ານການເງິນ; ນະໂຍບາຍເງິນຕາ ຕໍ່ການຄວບຄຸມປະລິມານເງິນ M2 ແລະ ການແກ້ໄຂບັນຫາເງິນເຟີ້; ການປັບປຸງອັດຕາອາກອນມູນຄ່າເພີ່ມ ໂດຍຕິດພັນກັບການເກັບລາຍຮັບຕ່າງໆ, ເຊິ່ງທັງໝົດນັ້ນ ເພື່ອເປັນຂໍ້ມູນ ຕໍ່ການຄົ້ນຄວ້າກຳນົດມາດຕະການ ໃນແກ້ໄຂບັນຫາຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ຂອງປະເທດເຮົາ ທັງໄລຍະສັ້ນ ແລະ ໄລຍະຍາວ.

         ໃນໂອກາດກ່າວເປີດກອງປະຊຸມ, ທ່ານ ສົມດີ ດວງດີ ໄດ້ຍົກໃຫ້ເຫັນຄວາມສຳຄັນຂອງກອງປະຊຸມໃນຄັ້ງນີ້ ໂດຍສະເພາະ ຄວາມໝາຍຄວາມສຳຄັນ ຂອງບັນດາຫົວຂໍ້ ທີ່ນຳມາສະເໜີ; ໄດ້ຍົກໃຫ້ເຫັນຄວາມພະຍາຍາມ ຂອງສູນກາງພັກ ແລະ ລັດຖະບານ ໃນການແກ້ໄຂບັນຫາເສດຖະກິດ-ການເງິນ ດ້ວຍຫຼາຍດ້ານ, ຫຼາຍວິທີ, ຫຼາຍມາດຕະການ ໂດຍໄດ້ສົມທົບກັບບັນດາຊ່ຽວຊານ ຈາກອົງການຈັດຕັ້ງສາກົນ ແລະ ບັນດາປະເທດເພື່ອນມິດຍຸດທະສາດ ເພື່ອຄົ້ນຄວ້າຫາສາເຫດແທ້ຈິງຂອງບັນຫາ ແລະ ຊອກຫາວິທີແກ້ໄຂ ເປັນແຕ່ລະຂົງເຂດ ເພື່ອແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຂອງປະເທດເຮົາ ໃຫ້ກັບສູ່ສະພາບປົກກະຕິໂດຍໄວ. ພ້ອມກັນນັ້ນ, ທ່ານ ຍັງໄດ້ຮຽກຮ້ອງມາຍັງບັນດາທ່ານ ທີ່ເຂົ້າຮ່ວມກອງປະຊຸມຄັ້ງນີ້ ຈົ່ງພ້ອມກັນເອົາໃຈໃສ່ດໍາເນີນການສໍາມະນາວິທະຍາສາດ ໃນຄັ້ງນີ້ ດ້ວຍຄວາມເປັນເຈົ້າການ ແລະ ຮັບຜິດຊອບສູງ, ພ້ອມກັນປະກອບຄຳເຫັນຢ່າງມີຈຸດສຸມ, ນຳສະເໜີວິທີແກ້ໄຂທີ່ເໝາະສົມ, ສອດຄ່ອງກັບສະພາບຕົວຈິງ ຢ່າງກົງໄປກົງມາ, ບໍ່ແກ່ຍາວເວລາ, ລົງເລິກປະກອບຄຳເຫັນຕໍ່ການແກ້ໄຂບັນຫາທີ່ກຳລັງປະເຊີນ ໃນປັດຈຸບັນ ແລະ ສິ່ງທ້າທາຍ ທີ່ຈະເກີດຂຶ້ນໃນຕໍ່ໜ້າ. ພາຍຫຼັງສຳເລັດການສຳມະນາຄັ້ງນີ້ ຈະໄດ້ນຳເອົາບົດຮຽນໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໃຫ້ມີການຫັນປ່ຽນ ແລະ ເກີດໝາກຜົນຕົວຈິງ.

ຂ່າວ-ພາບ: ກົມປະຊາສຳພັນ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ
ຮຽບຮຽງ: ຄໍາແສງ ແກ້ວປະເສີດ