ທ່ານ ຮອງລັດຖະມົນຕີ ພົບປະເຮັດວຽກກັບເຈົ້າໜ້າທີ່ລະດັບສູງຂອງ ທະນາຄານພັດທະນາອາຊີ (ADB)

          ມື້ນີ້ (ວັນທີ 6 ທັນວາ 2023) ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະໄດ້ປະຊຸມ ຮ່ວມກັບ ທ່ານ ນາງ ມາລີເຟ ອາປີລາໂດ້ (Marife V. Apilado) ຫົວໜ້າພະແນກ ຄຸ້ມຄອງໂຄງການ ທະນາຄານພັດທະນາອາຊີ (ADB) ພ້ອມດ້ວຍຄະນະ ເດີນທາງມາຈາກ ສຳນັກງານໃຫຍ່ ຢູ່ ນະຄອນຫຼວງ ມານີລາ ປະເທດ ຟີລິບປິນ, ຊຶ່ງ ADB ເປັນສະຖາບັນການເງິນສາກົນ ໜຶ່ງທີ່ສຳຄັນ ແລະໃຫ້ການປະກອບສ່ວນຊ່ວຍເຫຼືອ ແລະປ່ອຍເງິນກູ້ ໃຫ້ ກັບ ສປປລ ໃນການພັດທະນາເສດຖະກິດ-ສັງຄົມ ມາຢ່າງຍາວນານ ໂດຍສະເພາະແມ່ນ ໂຄງການສາຍສົ່ງ ແລະ ເຂື່ອນໄຟຟ້າຫຼາຍໂຄງການ ໃນນັ້ນ ກໍມີໂຄງການເຂື່ອນໄຟຟ້ານ້ຳງຽບ 1 ທີ່ມີກໍາລັງຕິດຕັ້ງ 298 ເມກາວັດ ຢູ່ ແຂວງບໍລິຄໍາໄຊ ແລະ ໂຄງການພະລັງງານລົມມອນຊູນ 600 ເມກາວັດ ຢູ່ ແຂວງ ເຊກອງ.

          ຄະນະ ADB ໄດ້ປຶກສາຫາລືຮ່ວມກັບຄະນະຂອງກະຊວງ ກ່ຽວກັບສະພາບການພັດທະນາໂຄງການບໍ່ແຮ່ ແລະໂຄງການໄຟຟ້າ ທີ່ກໍາລັງດໍາເນີນການສຶກສາສໍາຫຼວດ ໃນເຂດອ່າງຮັບນໍ້າຂອງໂຄງ​ການໄຟຟ້າ​ນ້ຳ​ງຽບ 1 ໂດຍ ADB ເຫັນວ່າ ທັງ 2 ໂຄງການ (ໂຄງການບໍ່ແຮ່ ແລະໂຄງການໄຟຟ້າ) ເປັນເງື່ອນໄຂເຮັດໃຫ້ໂຄງການໄຟຟ້ານໍ້າງຽບ 1​ ທີ່ຮັບສິດສໍາປະທານ ຈາກ ລັດຖະບານ ກ່ອນນັ້ນ, ຈະບໍ່ສາມາດບັນລຸຕາມຂໍ້ກຳນົດຂອງສັນຍາສໍາປະທານ ໃນການຄຸ້ມຄອງ, ປົກປັກຮັກສາອ່າງຮັບນໍ້າໂຄງການນໍ້າງຽບ 1 ຢ່າງມີປະສິດທິຜົນ,ຮັບປະກັນການດຳເນີນງານໂຄງການຕະຫຼອດໄລຍະສໍາປະທານ ແລະໃຫ້ບັນລຸເປົ້າໝາຍຍຸດທະສາດການພັດທະນາແບບຍືນຍົງ.