ທ່ານຫົວໜ້າກົມທໍລະນີສາດ ແລະ ແຮ່ທາດ ລົງເຄື່ອນໄຫວຢ້ຽມຢາມ, ຕິດຕາມ, ກວດກາວຽກງານເຕັກນິກພາກສະໜາມ ຢູ່ ແຂວງ ອັດຕະປື Post author:mem admin Post published:19/12/2023 Post category:ກົມທໍລະນີສາດ-ແຮ່ທາດ ວັນທີ 9 ທັນວາ 2023, ທີ່ແຂວງ ອັດຕະປື ນຳໂດຍ ທ່ານ ສຸຂັນສັກ ສີສຸກ ຫົວໜ້າກົມທໍລະນີສາດ ແລະ ແຮ່ທາດ ແລະ ທ່ານ ວຽງແກ້ວ ໄຊຍະລາດ ຫົວໜ້າຂະແໜງທໍລະນີສາດ ແລະ ແຮ່ທາດ ແຂວງ ອັດຕະປື, ທ່ານ ວົງເພັດ ສີຊານົນ ຫົວໜ້າໜ່ວຍງານ ຫ້ອງການພະລັງງານ ແລະ ບໍ່ແຮ່ ເມືອງ ພູວົງ, ແຂວງ ອັດຕະປື, ພ້ອມດ້ວຍຄະນະຈາກຂັ້ນສູນກາງ ລົງເຄື່ອນໄຫວຢ້ຽມຢາມ, ຕິດຕາມ, ກວດກາເຕັກນິກພາກສະໜາມ ໂຄງການສຳຫຼວດ ຫີນປາໂກດິດ ແລະ ຫີນປະດັບ ໃນເນື້ອທີ່ 9,68 ກິໂລຕາແມັດ ຢູ່ເຂດບ້ານ ຄຳວົງສາ, ເມືອງ ພູວົງ, ແຂວງ ອັດຕະປື ແລະ ຊຸກຍູ້ວຽກງານທໍລະນິສາດ ແລະ ແຮ່ທາດ ທີ່ໂຄງການ ຂອງບໍລິສັດ ຫີນປະດັບລາວ ຈຳກັດຜູ້ດຽວ. ຈຸດປະສົງເພື່ອລົງກວດກາວຽກງານເຕັກນິກ ຂອງໂຄງການ ຫີນປາໂກດິດ ແລະ ຫີນປະດັບ ຢູ່ພາກສະໝາມ ແລະ ຢ້ຽມຢາມ, ຊຸກຍູ້ການຈັດຕັ້ງປະຕິບັດວຽກງານທໍລະນີສາດ ແລະ ແຮ່ທາດ ຂອງໂຄງການໃນໄລຍະຊອກຄົ້ນສຳຫຼວດ ການດຳເນີນງານ ໂດຍສະເພາະແມ່ນ ການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ກົດໝາຍ ວ່າດ້ວຍແຮ່ທາດ, ມາດຕະການເຕັກນິກດ້ານທໍລະນີສາດ ແລະ ແຮ່ທາດ ເຊິ່ງເປັນນິຕິກຳຕົ້ນຕໍ ໃນການພັດທະນາໂຄງການທໍລະນີສາດ ແລະ ແຮ່ທາດ ເພື່ອໃຫ້ຖືກຕ້ອງ ແລະ ສອດຄ່ອງຕາມລະບຽບຫຼັກການທີ່ໄດ້ກຳນົດ, ທັງນີ້ ກໍ່ເພື່ອເຮັດໃຫ້ໂຄງການ ມີຄວາມສອດຄ່ອງຕາມນະໂຍບາຍຂອງພັກ-ລັດ ໃນການພັດທະນາແບບຍືນຍົງ. ບໍລິສັດ ໂກ້ຕ້ອນ ຈຳກັດຜູ້ດຽວ ໄດ້ເຊັນສັນຍາ ກັບລັດຖະບານແຫ່ງ ສປປ ລາວ ວ່າດ້ວຍການສຳຫຼວດ ຫີນປາໂກດິດ ແລະ ຫີນປະດັບ ໃນເນື້ອທີ່ 9,68 ກິໂລຕາແມັດ, ຢູ່ເຂດບ້ານ ຄຳວົງສາ, ເມືອງ ພູວົງ, ແຂວງ ອັດຕະປື, ສະບັບລົງວັນທີ 06 ເມສາ 2023, ກຳນົດອານຸສັນຍາ 30 ເດືອນ ໃນນັ້ນ, ໄລຍະສຳຫຼວດ 18 ເດືອນ ແລະ ໄລຍະສືກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ 12 ເດືອນ, ອາຍຸສັນຍາ ຮອດວັນທີ 06 ພະຈິກ 2024. ພາຍຫຼັງເຊັນສັນຍາແລ້ວ ບໍລິສັດ ໄດ້ສ້າງຕັ້ງເປັນບໍລິສັດ ຫີນປະດັບລາວ ຈຳກັດຜູ້ດຽວ ຕາມໃບອານຸຍາດລົງທຶນ ສະບັບເລກທີ 044-2022/ກທຜ.ລທ3, ລົງວັນທີ 06 ພຶດສະພາ 2022. ປັດຈຸບັນ ບໍລິສັດ ໄດ້ປະກອບ ຂໍ້ມູນເຮັດບົດລາຍງານຜົນການສຳຫຼວດຫີນປາໂກດິດ ແລະ ຫີນປະດັບ ໃນເນື້ອທີ່ 9,68ກມ2 ຢູ່ເຂດບ້ານ ຄຳວົງສາ, ເມືອງ ພູວົງ, ແຂວງ ອັດຕະປື.ພາບ ແລະ ຂ່າວ: ວຽງສະຫວັນ ປຣະດິດຮຽບຮຽງ: ຄຳແສງ ແກ້ວປະເສີດWebsite: www.mem.gov.laສານດ່ວນ: 1506 You Might Also Like ບໍລິສັດ ຊີໂນ-ອາກກຣີ ໄດ້ສຳເລັດການສຶກສາ-ຊອກຄົ້ນແຮ່ເກືອໂປຕາສ ຢູ່ເມືອງໜອງບົກ ແຂວງຄຳມ່ວນ 02/11/2023 ກົມທໍລະນີສາດ ແລະ ແຮ່ທາດ ມີໜ້າທີ່ຄຸ້ມຄອງ, ຕິດຕາມ, ກວດກາ ແລະ ຊຸກຍູ້ ໂຄງການລົງທຶນດ້ານແຮ່ທາດ ຢູ່ໃນໄລຍະການຊອກຄົ້ນ ແລະ ສໍາຫຼວດ 27/04/2023 ກົມທໍລະນີສາດ ແລະ ແຮ່ທາດ ສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ-ວິຊາການ ຫ້ອງການ ພບ ເມືອງ ແລະ ວິຊາການ ຂະແໜງທໍລະນີສາດ ແລະ ແຮ່ທາດ ຢູ່ 3 ແຂວງພາກກາງ 04/02/2025
ກົມທໍລະນີສາດ ແລະ ແຮ່ທາດ ມີໜ້າທີ່ຄຸ້ມຄອງ, ຕິດຕາມ, ກວດກາ ແລະ ຊຸກຍູ້ ໂຄງການລົງທຶນດ້ານແຮ່ທາດ ຢູ່ໃນໄລຍະການຊອກຄົ້ນ ແລະ ສໍາຫຼວດ 27/04/2023
ກົມທໍລະນີສາດ ແລະ ແຮ່ທາດ ສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ-ວິຊາການ ຫ້ອງການ ພບ ເມືອງ ແລະ ວິຊາການ ຂະແໜງທໍລະນີສາດ ແລະ ແຮ່ທາດ ຢູ່ 3 ແຂວງພາກກາງ 04/02/2025