
ຕອນບ່າຍວັນທີ 12 ທັນວາ 2023 ທີ່ຫ້ອງຮັບແຂກ ກະຊວງພະລັງງານແລະບໍ່ແຮ່ ທ່ານ ເອກອັກຄະລັດຖະທູດອົດສະຕຣາລີປະຈໍາ ສປປ ລາວ ທ່ານ ໂພລ ແຄລລີ ໄດ້ເຂົ້າຂໍ່ານັບອຳລາ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານແລະບໍ່ແຮ່ ໃນໂອກາດສຳເລັດການປະຕິບັດໜ້າທີ່ເປັນເອກອັກຄະລັດຖະທູດຜູ້ມີອຳນາດເຕັ້ມ ແຫ່ງເຄື່ອຈັກກະພົບ ອົດສະຕາລີ ປະຈຳ ສປປລາວ
ໃນໂອກາດດັ່ງກ່າວນີ້ ທ່ານ ລັດຖະມົນຕີ ກໍໄດ້ໃຫ້ການຕ້ອນຮັບ ແລະ ຊົມເຊີຍຕໍ່ ທ່ານ ທູດ ທີ່ສຳເລັດປະຕິບັດໜ້າທີ່ເປັນນັກການທູດຂອງ ອົດສະຕາລີ ປະຈຳລາວ ຕະລອດໄລຍະຫຼາຍປີທີ່ມາ. ພ້ອມກັນນີ້, ທ່ານລັດຖະມົນຕີ ຍັງໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອຂອງ ທ່ານ ທູດ ໃນໄລຍະທີ່ປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ເປັນຕົ້ນແມ່ນ ໂຄງການຊ່ວຍເຫຼືອດ້ານພະລັງງານ ແລະ ບໍ່ແຮ່ ທີ່ ລາວ-ອົດສະຕຣາລີ ມີຮ່ວມກັນມາຍາວນານ ແລະ ອວຍພອນ ໃຫ້ ທ່ານ ທູດ ເດີນທາງກັບຄືນປະເທດດ້ວຍຄວາມໂຊກດີ, ປະສົບຜົນສຳເລັດໃນໜ້າທີ່ອັນໃໝ່ຂອງຕົນ.

ທ່ານ ໂພລ ແຄລລີ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ລັດຖະມົນຕີ ພ້ອມດ້ວຍຄະນະຈາກກະຊວງ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ຂອບໃຈຕໍ່ລັດຖະບານລາວ ກໍຄືກະຊວງພະລັງງານ ແລະ ບໍ່ແຮ່ ທີ່ໄດ້ເອົາໃຈໃສ່ໃຫ້ການຮ່ວມມືຊ່ວຍເຫຼືອໃນການປະຕິບັດໜ້າທີ່ການທູດຂອງຕົນ ຢູ່ ສປປລາວ ຕະຫຼອດໄລຍະເວລາຜ່ານມາໜຶ່ງສະໄໝ ແລະ ຫວັງວ່າ ຄະນະພັກ, ຄະນະນຳກະຊວງພະລັງງານ ແລະ ບໍ່ແຮ່ ຈະສືບຕໍ່ໃຫ້ການຮ່ວມມືແກ່ ທ່ານ ເອກອັກຄະລັດຖະທູດ ຄົນໃໝ່ ທີ່ຈະມາຮັບໜ້າທີ່ຕໍ່ໄປ ເພື່ອພ້ອມກັນສືບຕໍ່ຊຸກຍູ້, ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດທີ່ມີມາແລ້ວນັ້ນ ໃຫ້ສືບຕໍ່ໄດ້ຮັບການຂະຫຍາຍຂຶ້ນຕື່ມ.
ພາບ ແລະ ຂ່າວ: ລຸ້ງຟ້າ ອົບພະຈັນ
ຮຽບຮຽງ: ຄຳແສງ ແກ້ວປະເສີດ