ສຳເລັດໂຄງການຈັດສັນ ແລະ ກໍ່ສ້າງທີ່ຢູ່ອາໄສໃຫ້ປະຊາຊົນທີ່ຖືກຜົນກະທົບຈາກໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຄຳ ຢູ່ແຂວງອຸດົມໄຊ.
ໂຄງການຈັດສັນ - ກໍ່ສ້າງທີ່ຢູ່ອາໄສ ໃຫ້ແກ່ປະຊາຊົນ ແລະ ບ້ານທີ່ໄດ້ຮັບຜົນກະທົບຈາກໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຄຳ ທີ່ບ້ານຕອງ ເມືອງປາກແບງ ແຂວງອຸດົມໄຊ ເປັນໂຄງການທີ່ໄດ້ຮັບທຶນຊົດເຊີຍຈາກບໍລິສັດ ລາວຊິນຫຼົງ ບຸກເບີກອຸດສາຫະກຳບໍ່ແຮ່ ຈຳກັດ ໂຄງການດັ່ງກ່າວແມ່ນໄດ້ເລີ່ມຈັດຕັ້ງປະຕິບັດຕັ້ງແຕ່ເດືອນມີນາ ປີ 2020 ເປັນຕົ້ນມາ ຈົນຮອດປັດຈຸບັນແມ່ນໄດ້ສຳເລັດການກໍ່ສ້າງແລ້ວ 100% ໜ້າວຽກທີ່ໄດ້ຈັດຕັ້ງປະຕິບັດປະກອບມີ ວຽກຕັດຜັງບ້ານ, ກໍ່ສ້າງບ່ອນຖິ້ມຂີ້ເຫຍື້ອ, ນ້ຳລິນ, ຕາຂ່າຍໄຟຟ້າ, ເຮືອນທີ່ຢູ່ອາໄສຂອງປະຊາຊົນຈຳນວນ 24 ຫຼັງ,…