ອົງຄະນະພັກກະຊວງ ປາຖະກະຖາເລົ່າມູນເຊື້ອວັນຄ້າຍວັນເກີດປະທານ ສຸພານຸວົງ ແລະ ວິລະກຳໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນຳຂອງພັກ ແລະ ແນວລາວຮັກຊາດ
ພິທີດັ່ງກ່າວໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 4 ສິງຫາ 2023 ຢູ່ຫ້ອງປະຊຸມໃຫຍ່ຊັ້ນ5 ໂດຍໃຫ້ກຽດປາຖະກະຖາ ແລະ ຫວນຄືນມູນເຊື້ອ 2 ວັນສຳຄັນດັ່ງກ່າວຂອງ ສະຫາຍ ທອງພັດ ອິນທະວົງ ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ມີບັນດາ ສະຫາຍ ກຳມະການຄະນະພັກກະຊວງ, ຄະນະພັກຮາກຖານ, ຄະນະໜ່ວຍພັກ ພ້ອມດ້ວຍສະມາຊິກພັກ, ພະນັກງານຫຼັກແຫຼ່ງອ້ອມຂ້າງກະຊວງເຂົ້າຮ່ວມ 150…