ສປປ ລາວ ເອົາໃຈໃສ່ສົ່ງເສີມການນຳໃຊ້ລົດໄຟຟ້າພາຍໃນປະເທດຢ່າງແຂງແຮງ
ກອງປະຊຸມຄະນະຊີ້ນຳ ກ່ຽວກັບ ຄວາມຄືບໜ້າການຈັດຕັ້ງປະຕິບັດນະໂຍບາຍ ແລະ ແຜນຈັດຕັ້ງປະຕິບັດຕົວຈິງໃນການຫັນໄປສູ່ການນຳໃຊ້ລົດໄຟຟ້າ ຢູ່ໃນ ສປປ ລາວໄດ້ຈັດຂື້ນໃນຕອນເຊົ້າ ວັນທີ 17 ສິງຫາ 2023 ນີ້ຢູ່ໂຮງແຮມຄຣາວພາຊ່າ, ພາຍໃຕ້ການເປັນປະທານຂອງທ່ານ ປອ ສີນາວາ ສຸພານຸວົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່,ມີຫົວໜ້າກົມ, ຮອງກົມອ້ອມຂ້າງກະຊວງ ແລະ ພາກສ່ວນທີ່ກ່ຽວຂ້ອງກໍ່ໄດ້ເຂົ້າຮ່ວມຢ່າງພ້ອມພຽງ. …