ສປປ ລາວ ເອົາໃຈໃສ່ສົ່ງເສີມການນຳໃຊ້ລົດໄຟຟ້າພາຍໃນປະເທດຢ່າງແຂງແຮງ

          ກອງປະຊຸມຄະນະຊີ້ນຳ ກ່ຽວກັບ ຄວາມຄືບໜ້າການຈັດຕັ້ງປະຕິບັດນະໂຍບາຍ ແລະ ແຜນຈັດຕັ້ງປະຕິບັດຕົວຈິງໃນການຫັນໄປສູ່ການນຳໃຊ້ລົດໄຟຟ້າ ຢູ່ໃນ ສປປ ລາວໄດ້ຈັດຂື້ນໃນຕອນເຊົ້າ ວັນທີ 17 ສິງຫາ 2023 ນີ້ຢູ່ໂຮງແຮມຄຣາວພາຊ່າ, ພາຍໃຕ້ການເປັນປະທານຂອງທ່ານ ປອ ສີນາວາ ສຸພານຸວົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່,ມີຫົວໜ້າກົມ, ຮອງກົມອ້ອມຂ້າງກະຊວງ ແລະ ພາກສ່ວນທີ່ກ່ຽວຂ້ອງກໍ່ໄດ້ເຂົ້າຮ່ວມຢ່າງພ້ອມພຽງ.

          ກອງປະຊຸມ ໄດ້ພ້ອມກັນປຶກສາຫາລື ແລະ ຮັບຟັງການລາຍງານຄວາມຄືບໜ້າ ການຈັດຕັ້ງປະຕິບັດ ແລະ ການສົ່ງເສີມການນຳໃຊ້ລົດໄຟຟ້າ ຢູ່ ໃນ ສປປລາວ ແລະ ໃນໂລກ. ປັດຈຸບັນ, ກະແສນິຍົມ ການເຂົ້າມາຂອງລົດໄຟຟ້າໃນທົ່ວໂລກມີແນວໂນ້ມເຕີບໂຕຢ່າງໄວວາ ເປັນຕົ້ນ: ປະເທດຈີນ, ກຸ່ມປະເທດຢູໂຣບ ແລະ ປະເທດສະຫະລັດອາເມລິກາ ພ້ອມທັງມີການກຳນົດເປົ້າໝາຍຢ່າງຊັດເຈນໃນການຫັນໄປສູ່ການນຳໃຊ້ລົດໄຟຟ້າ. ບາງປະເທດໄດ້ອອກມາດຕະການສະໜັບສະໜຸນຢ່າງແຜ່ຫລາຍເຊັ່ນ: ປະເທດນໍເວ, ໄອສແລນ, ສິງກະໂປ ແລະ ຣາຊາອານາຈັກອັງກິດເປັນຕົ້ນ ເຊິ່ງໃນປີ 2030 ໄດ້ຕັ້ງເປົ້າໝາຍລົດທີ່ຈະອອກຂາຍໃໝ່ສູ່ຕະຫລາດຈະຕ້ອງເປັນລົດໄຟຟ້າ PHEV, BEV ເທົ່ານັ້ນ. ສຳລັບ ປະເທດຍິປຸ່ນ ແລະ ສປ. ຈີນ ແມ່ນໄດ້ຕັ້ງເປົ້າໝາຍໃນປີ 2035

          ສຳລັບ ສປປ ລາວ, ໂດຍອີງໃສ່ ຍຸດທະສາດສົ່ງເສີມການນຳໃຊ້ພະລັງງານສະອາດ ສຳລັບຂະ ແໜງຄົມມະນາຄົມ-ຂົນສົ່ງ ໄດ້ວາງເປົ້າໝາຍສູ້ຊົນຮອດປີ 2025 ການນຳໃຊ້ລົດໄຟຟ້າໃຫ້ໄດ້ປະມານ 20.000 ຄັນ ຫລື 1% ແລະ ສະຖານີສາກລົດໄຟຟ້າໃຫ້ໄດ້ປະມານ 50 ສະຖານີ ທີ່ມີຫົວສາກ 5 ຕູ້ຂື້ນໄປ. ຮອດປີ 2030 ການນຳໃຊ້ລົດໄຟຟ້າໃຫ້ໄດ້ປະມານ 550.000 ຄັນ ຫລື 30% ແລະ ສະຖານີສາກລົດໄຟຟ້າໃຫ້ໄດ້ປະມານ 100 ສະຖານີ ທີ່ມີຕູ້ສາກ 5 ຕູ້ຂື້ນໄປ. ນອກຈາກນັ້ນ, ອີງໃສ່ແຜນງານແຫ່ງຊາດການປະກອບສ່ວນແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ (NDC), ໂດຍສະເລ່ຍ ໃຫ້ຫລຸດຜ່ອນການປ່ອຍ CO2 ໃຫ້ໄດ້ 30.000 tCO2e ຕໍ່ ປີ ຈາກປີ 2020 ຫາ 2030.

          ໂດຍອີງໃສ່ ສະພາບການຜັນປ່ຽນລາຄານໍ້າມັນເຊື້ອໄຟພາຍໃນປະເທດມີລັກສະນະເພີ່ມຂື້ນຕໍ່ເນື່ອງ ໃນປະຈຸບັນ. ລັດຖະບານ ຈຶ່ງໄດ້ອອກມະຕິ ວ່າດ້ວຍການຮັບຮອງ ແລະ ປະກາດໃຊ້ນະໂຍບາຍ ການນຳໃຊ້ລົດໄຟຟ້າຢູ່ໃນ ສປປ ລາວ ສະບັບເລກທີ 08/ລບ, ລົງວັນທີ 04 ຕຸລາ 2021. ໃນນີ້, ກະຊວງ ພະລັງງານ ແລະ ບໍ່ແຮ່ ເປັນໃຈກາງຂອດປະສານງານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດນະໂຍບາຍ ແລະ ແຜນຈັດຕັ້ງປະຕິບັດຕົວຈິງ ໃນການຫັນໄປສູ່ການນຳໃຊ້ລົດໄຟຟ້າ ເພື່ອໃຫ້ແຕ່ລະຂະແໜງການກ່ຽວຂ້ອງຜັນຂະຫຍາຍມະຕິດັ່ງກ່າວ ອອກເປັນລະບຽບການ ຫລື ແຈ້ງການສະເພາະ ເພື່ອເປັນບ່ອນອີງອຳນວຍຄວາມສະດວກ ໃນການຈັດຕັ້ງປະຕິບັດ ສຳລັບພາກລັດ ແລະ ພາກເອກຊົນຢ່າງເປັນເອກະພາບໃນຂອບເຂດທົ່ວປະເທດ.

          ການສົ່ງເສີມການນຳໃຊ້ລົດໄຟຟ້າ ໃນເບື້ອງພາກລັດ ກໍໄດ້ມີການຫັນປ່ຽນນຳໃຊ້ລົດໄຟຟ້າ ໂດຍເລີ່ມຈາກການນຳຂັ້ນສູງໃນໄລຍະເລີ່ມຕົ້ນ ແລະ ຍັງຈະມີແຜນສືບຕໍ່ ຕາມສຳນັກງານຂະແໜງການຕ່າງໆ ຂັ້ນສູນກາງ, ທ້ອງຖິ່ນ ໃນການຫັນປ່ຽນມານຳໃຊ້ລົດໄຟຟ້າໃນຕໍ່ໜ້າ. ໃນເບື້ອງຂອງສັງຄົມ ເຫັນໄດ້ວ່າມີຄວາມສົນໃຈ ແລະ ມີການຫັນມານຳໃຊ້ລົດໄຟຟ້າມີລັກສະນະເພີ່ມຫລາຍຂື້ນ ໂດຍສະເພາະຢູ່ຕາມຕົວເມືອງ. ປັດຈຸບັນ, ການນຳເຂົ້າລົດໄຟຟ້າ ເພື່ອມາຈຳໜ່າຍໃນ ສປປ ລາວ ຮອດເດືອນ ເມສາ 2023 ມີຫລາຍລຸ້ນຫລາຍຍີ່ຫໍ້ ລວມທັງໝົດມີຈຳນວນ 3.895 ຄັນ ໃນນັ້ນມີລົດຈັກໄຟຟ້າຈຳນວນ 1.773 ຄັນ. ສາມາດທົດແທນການນໍາເຂົ້ານໍ້າມັນເຊື້ອໄຟໄດ້ປະມານ 3 ແສນກວ່າລິດ.

ພາບ ແລະ ຂ່າວ: ວຽງສະຫວັນ ປຣະດິດ
ຮຽບຮຽງ: ຄຳແສງ ແກ້ວປະເສີດ