ສ້າງຄວາມເຂັ້ມແຂງໃຫ້ພະນັກງານ ໃນຫົວຂໍ້ “ຜົນກະທົບຈາກກິດຈະກຳບໍ່ແຮ່ ຕໍ່ຄວາມປອດໄພຂອງເຂື່ອນ”
ຊຸດຝຶກອົບຮົມ ໃນຫົວຂໍ້ "ຜົນກະທົບຈາກກິດຈະກຳບໍ່ແຮ່ ຕໍ່ຄວາມປອດໄພຂອງເຂື່ອນ" ໄດ້ຈັດຂຶ້ນທີ່ໂຮງແຮມຊົມວິວ, ເມືອງວັງວຽງ, ແຂວງວຽງຈັນ, ໃນວັນທີ 17-18 ກຸມພາ 2025 ນີ້, ໂດຍການເປັນປະທານຂອງ ທ່ານ ບົວເທບ ມາໄລຄຳ ຫົວໜ້າກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ, ກະຊວງ ພະລັງງານ ແລະ ບໍ່ແຮ່, ພາຍໃຕ້ໂຄງການຊ່ວຍເຫຼືອ ດ້ານວິຊາການ ແລະ ລະບຽບການ…