ຮອດທ້າຍປີ 2024 ອັດຕາການຊົມໃຊ້ໄຟຟ້າທົ່ວແຂວງຈຳປາສັກ ກວມເອົາ 97,01% ຂອງຫຼັງຄາເຮືອນໃນທົ່ວແຂວງ
ຂໍ້ມູນດັ່ງກ່າວ ໄດ້ຖືກເປີດເຜີຍໂດຍ ທ່ານ ແກ້ວ ສິລິສະຫວັດ ກຳມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ເຊິ່ງໄດ້ລາຍງານການຈັດຕັ້ງປະຕິບັດວຽກງານພະລັງງານ ແລະ ບໍ່ແຮ່ ໃນໄລຍະ 1 ປີຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ຕໍ່ ທ່ານ ຈັນທະບູນ ສຸກອາລຸນ ສະມາຊິກສະພາແຫ່ງຊາດ, ຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີກະຊວງພະລັງງານ…