ພິທີເຊັນບົດບັນທຶກການຮ່ວມມືທາງດ້ານວິຊາການ (MOTC)ລະຫວ່າງ ກົມສົ່ງເສີມ ແລະ ປະຢັດພະລັງງານ ແລະ ບໍລິສັດ Graphion Energy Solutions, Post author:mem admin Post published:12/03/2024 Post category:ກົມສົ່ງເສີມ ແລະ ປະຢັດພະລັງງານ ຕອນບ່າຍວັນທີ 01 ມີນາ 2024 ທີ່ຫ້ອງປະຊຸມ ຊັ້ນ 6 ຕຶກ 2 ກົມສົ່ງເສີມ ແລະ ປະຢັດພະລັງງານ, ກະຊວງພະລັງງານ ແລະ ບໍ່ແຮ່ ຈັດພິທີເຊັນບົດບັນທຶກການຮ່ວມມືທາງດ້ານວິຊາການ (MOTC) ລະຫວ່າງ ກົມສົ່ງເສີມ ແລະ ປະຢັດພະລັງງານ ແລະ ບໍລິສັດ Graphion Energy Solutions. ກ່ຽວກັບ ການພັດທະນາການຕິດຕັ້ງຕູ້ສາກລົດຈັກໄຟຟ້າ ແລະ ເຮັດໂຄງການຊ່ວຍເຫຼືອລ້າກ່ຽວກັບຕົວແບບຕິດຕັ້ງຕູ້ສາກລົດຈັກໄຟຟ້າ ຢູ່ໃນນະຄອນຫຼວງວຽງຈັນ; ໂດຍອີງຕາມການຕຈັດຕັ້ງປະຕິບັດ ການຜັນຂະຫຍາຍແຜນຍຸດທະສາດ ການສົ່ງເສີມການນຳໃຊ້ພະລັງງານສະອາດ ສຳລັບຂະແໜງຄົມມະນາຄົມ-ຂົນສົ່ງ, ແຜນພັດທະນາຮອດປີ 2025, ຍຸດທະສາດຮອດປີ 2030 ແລະ ວິໃສທັດ 2050 ທີ່ໄດ້ຖືກຮັບຮອງຕາມດຳລັດ, ສະບັບເລກທີ 231/ນຍ, ລົງວັນທີ 11 ພຶດສະພາ 2020. ຊຶ່ງໄດ້ຕັ້ງຄາດໝາຍໃນປີ 2025 ໃຫ້ສາມາດນຳໃຊ້ລົດໄຟຟ້າໄດ້ຢ່າງໜ້ອຍ 1% ຫຼື ປະມານ 20,000 ຄັນ ແລະ ໃນປີ 2030 ໃຫ້ສາມາດນຳໃຊ້ລົດໄຟຟ້າໄດ້ຢ່າງໜ້ອຍ 30% ຂື້ນໄປ; ໃນພິທີດັ່ງກ່າວ ຕາງໜ້າກົມລົງນາມເຊັນສັນຍາໂດຍ ທ່ານ ຈັນໂທ ມີລັດຕະນະແພງ, ຫົວໜ້າກົມສົ່ງເສີມ ແລະ ປະຢັດພະລັງງານ ແລະ Mr. Ki Y . Nam ປະທານບໍລິສັດ Graphion Energy Solutions ສະຫະລັດອາເມລິກາ, ຕາງໜ້າບໍລິສັດເປັນຜູ້ເຊັນສັນຍາ. ການເຊັນສັນຍາຄັ້ງນີ້ໃຫ້ກຽດເປັນສັກຂີພະຍານ ໂດຍ ທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ພ້ອມດ້ວຍ ຄະນະກົມທີ່ກ່ຽວຂ້ອງ ຄະນະພະແນກພາຍໃນກົມ ແລະ ບັນດາບໍລິສັດ ແລະ ແຂກທີ່ຖືກເຊີນ ໄດ້ເຂົ້າຮ່ວມເປັນສັກຂີພະຍານໃນການເຊັນສັນຍາລະຫວ່າງສອງຝ່າຍໃນຄັ້ງນີ້. ບໍລິສັດ ຈະດຳເນີນການທົດລອງໂຄງການຕົວແບບ ກ່ຽວກັບ ການພັດທະນາການຕິດຕັ້ງຈຸດສາກລົດຈັກໄຟຟ້າ ຢູ່ໃນນະຄອນຫຼວງວຽງຈັນ ສຳລັບຂອບເຂດພື້ນທີ່ ໃນການສືກສາເຮັດການທົດລອງໂຄງການຕົວແບບ ໂດຍຈະເລືອກເອົາ ຂອບເຂດຢູ່ນະຄອນຫຼວງວຽງຈັນໃນໄລຍະທຳອິດເຊັ່ນ: ຢູ່ຕາມຕົວເມືອງໃຫຍ່, ຕາມໂຮງຮຽນມະຫາໄລ ແລະ ຕາມສະຖານທີ່ສາທາລະນະເປັນຕົ້ນ. ຖ້າຫາກວ່າຜົນການສຶກສາທົດລອງໄດ້ຮັບຜົນດີ ຫຼື ມີຄວາມເປັນໄປໄດ້ທາງດ້ານເສດຖະກິດ ບໍລິສັດຈະດຳເນີນເຮັດເປັນທຸລະກິດບໍລິການໃນຕໍ່ໜ້າ, ມີການນຳເຂົ້າອຸປະກອນຕູ້ສາກ ຫຼື ສ້າງເປັນໂຮງງງານຜະລິດປະ ກອບລົດຈັກໄຟຟ້າ ຢູ່ ສປປລາວ ໂຄງການຈະດຳເນີນການເປັນໄລຍະ 2 ປີ ເພື່ອເຮັດການເກັບກຳຂໍ້ມູນແລະ ຄວາມເປັນໄປໄດ້ຂອງໂຄງການແມ່ນເລີ່ມປີ 2024-2025. ພາບ ແລະ ຂ່າວ: ສົມສະນຸກຮຽບຮຽງ: ທ່ານ ຄຳແສງ ແກ້ວປະເສີດWebsite: www.mem.gov.laສາຍດ່ວນ: 1506 You Might Also Like ສປປ ລາວ ເອົາໃຈໃສ່ສົ່ງເສີມການນຳໃຊ້ລົດໄຟຟ້າພາຍໃນປະເທດຢ່າງແຂງແຮງ 21/08/2023 ກອງປະຊຸມປຶກສາຫາລື ການຫັນປ່ຽນພະລັງງານ ໄປສູ່ການນໍາໃຊ້ພະລັງງານໄຮໂດຣເຈນ-ເອມໂມເນຍ ສີຂຽວ ໃນ ສປປ ລາວ ຄັ້ງທີ 3. 07/06/2023 ກອງປະຊຸມປຶກສາຫາລື ໂຄງການຊ່ວຍເຫຼືອທາງດ້ານວິຊາການ ຈາກ ສ.ເກົາຫຼີ 20/06/2022
ກອງປະຊຸມປຶກສາຫາລື ການຫັນປ່ຽນພະລັງງານ ໄປສູ່ການນໍາໃຊ້ພະລັງງານໄຮໂດຣເຈນ-ເອມໂມເນຍ ສີຂຽວ ໃນ ສປປ ລາວ ຄັ້ງທີ 3. 07/06/2023