ພະນັກງານ-ວິຊາການ ສປປລາວ ໄດ້ຮັບການຍົກລະດັບຄວາມຮູ້ ກ່ຽວກັບເຕັກນິກການນຳໃຊ້ເຄື່ອງສູບນໍ້າພະລັງງານແສງຕາເວັນ

             ລະຫວ່າງວັນທີ 22-23 ທັນວາ 2022 ກົມສົ່ງເສີມ ແລະ ປະຢັດພະລັງງານ, ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຈັດຝຶກອົບຮົມເຕັກນິກການນຳໃຊ້ເຄື່ອງສູບນໍ້າພະລັງງານແສງຕາເວັນໃຫ້ແກ່ປະເທດລ້ານຊ້າງ-ແມ່ນໍ້າຂອງ ທີ່ໂຮງແຮມ ເລີທາດຫຼວງດຣໍ ນະຄອນຫຼວງວຽງຈັນ, ໂດຍພາຍໃຕ້ການເປັນປະທານຂອງທ່ານ ຈັນໂທ ມີລັດຕະນະແພງ ຫົວໜ້າກົມສົ່ງເສີມ ແລະ ປະຢັດພະລັງງານ. ໂດຍມີນັກສຳມະນາກອນຈາກພາກສ່ວນທີ່ກ່ຽວຂ້ອງເຊັ່ນ ຫ້ອງການກະຊວງ, ສະຖາບັນຄົ້ນຄວ້າພະລັງງານແລະ ບໍ່ແຮ່, ກົມແຜນການແລະການຮ່ວມມື, ກົມນະໂຍບາຍ ແລະ ແຜນພະລັງງານ, ພະແນກພະລັງງານ ແລະ ບໍ່ແຮ່ ນະຄອນຫຼວງວຽງຈັນ, ລັດວິສາຫະກິດໄຟຟ້າລາວ, ລັດວິສາຫະກິດກໍ່ສ້າງແລະຕິດຕັ້ງໄຟຟ້າ, ກະຊວງກະສິກຳ ແລະ ປ່າໄມ້, ຄະນະວິສາວະກຳສາດ ເຂົ້າຮ່ວມລວມທັງໝົດ 30 ທ່ານ.

           ໂຄງການດັ່ງກ່າວນີ້, ໄດ້ຮັບການສະໜັບສະໜູນຈາກກະຊວງຊັບພະຍາກອນນ້ຳຂອງຈີນ, ເຊິ່ງມີເປົ້າໝາຍເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ໂຄງການເຕັກໂນໂລຊີຊົນລະປະທານດ້ວຍພະລັງງານແສງຕາເວັນໃຫ້ແກ່ບັນດາປະເທດລ້ານຊ້າງ-ແມ່ນ້ຳຂອງ ທັງແນໃສ່ຮ່ວມມືກັບບັນດາປະເທດແມ່ນ້ຳຂອງ, ດຳເນີນການຄົ້ນຄ້ວາເຕັກໂນໂລຊີຊົນລະປະທານດ້ວຍພະລັງງານແສງຕາເວັນ, ການສາທິດ ແລະ ການສ້າງຄວາມສາມາດ. ໄລຍະການຈັດຕັ້ງປະຕິບັດໂຄງການແມ່ນແຕ່ປີ 2022 ຫາ 2024. ໃນປີ 2022 ຈະຕິດຕັ້ງລະບົບຊົນລະປະທານໄຟຟ້າພະລັງງານແສງຕາເວັນ 2 ຊຸດຢູ່ລາວ ໄປຄຽງຄູ່ກັບການສ້າງຂີດຄວາມສາມາດໃຫ້ແກ່ພະນັກງານ ແລະ ຊຸມຊົນ. ສຳລັບໂຄງການຢູ່ ສສ.ຫວຽດນາມ, ກຳປູເຈຍ, ໄທ ແລະ ມຽນມາ ຄາດວ່າຈະເລີ່ມຈັດຕັ້ງປະຕິບັດຢ່າງເປັນທາງການໃນປີ 2023-2024.

           ອີງຕາມການຈັດຕັ້ງໂຄງການ, ການຝຶກອົບຮົມເຕັກນິກການນຳໃຊ້ເຄື່ອງສູບນໍ້າພະລັງງານແສງຕາເວັນໃຫ້ແກ່ປະເທດລ້ານຊ້າງ-ແມ່ນໍ້າຂອງ ແມ່ນໄດ້ຈັດຂຶ້ນເພື່ອແລກປ່ຽນປະສົບການ ແລະ ຄວາມຊໍານານຂອງເຕັກໂນໂລຊີຊົນລະປະທານຍົກນໍ້າໃຊ້ພະລັງງານແສງອາທິດ ໂດຍການນໍາສະເໜີ ແລະ ແລກປ່ຽນທາງອອນໄລນ໌. ການສື່ສານ ແລະ ການຮ່ວມມືດ້ານເຕັກໂນໂລຊີຊົນລະປະທານດ້ວຍພະລັງງານແສງຕາເວັນລະຫວ່າງບັນດາປະເທດລ້ານຊ້າງ-ແມ່ນ້ຳຂອງຈະໄດ້ຮັບການປັບປຸງ ແລະ ເພີ່ມທະວີຕື່ມອີກ.

ພາບ ແລະ ຂ່າວ: ວຽງສະຫວັນ ປຣະດິດ
ກວດແກ້: ຄຳແສງ ແກ້ວປະເສີດ