ປູກຕົ້ນກ້າໃຫ້ຄົນໜຸ່ມນ້ອຍ ໄດ້ຮຽນຮູ້ກ່ຽວກັບ ການປະຢັດພະລັງງານ

ໃນວັນທີ 23 ກຸມພາ 2023, ທີ່ຜ່ານມາ ກົມສົ່ງເສີມ ແລະ ປະຢັດພະລັງງານ, ກະຊວງ ພະລັງງານ ແລະ ບໍ່ແຮ່, ໄດ້ລົງເຜີຍແຜ່ເອກະສານນິຕິກໍາ ກ່ຽວກັບ ການປະຢັດ ແລະ ອະນຸລັກພະລັງງານ ສະຖາບັນການສຶກສາ ແລະ ໂຮງຮຽນ, ທີ່ ແຂວງສະຫວັນນະເຂດ. ໂດຍໃຫ້ກຽດເປັນປະທານຂອງທ່ານ ຄຳໝັ້ນ ສໍປະເສີດ, ຮອງຫົວໜ້າກົມສົ່ງເສີມ ແລະ ປະຢັດພະລັງງານ, ໂດຍຕາງໜ້າເປັນປະທານຮ່ວມຈາກທັງສອງພາກສ່ວນໂດຍທ່ານ ອາຈານ ບຸນທົງ ແສງວິໄລຄຳ, ຫົວໜ້າຫ້ອງການສັງລວມ ຮ່ວມມື (ມະຫາວິທະຍາໄລ ສະຫວັນນະເຂດ) ແລະ ທ່ານ ອາຈານ ແກ່ນຕາ ແກ້ວສຸເດືອນ (ຜູ້ອຳນວຍການໂຮງຮຽນປະຖົມສົມບູນ ສະຫວັນ), ໃນນັ້ນ ມີນ້ອງໆນັກສຶກສາ, ນ້ອງນັກຮຽນ ເຂົ້າຮ່ວມທັງໝົດ 170 ທ່ານ.

ທ່ານ ປະທານ ຍັງໄດ້ກ່າວຕື່ມວ່າ: ໃນນາມຕາງໜ້າກົມສົ່ງເສີມ ແລະ ປະຢັດພະລັງງານ, ກະຊວງພະລັງງານ ແລະ ບໍ່ແຮ່. ມື້ນີ້ ທາງຄະນະໄດ້ລົງມາຈັດກອງປະຊຸມເຜີຍແຜ່ເອກະສານນິຕິກໍາ ກ່ຽວກັບ ການປະຢັດ ແລະ ອະນຸລັກພະລັງງານ, ໃນການຈັດຕັ້ງປະຕິບັດເຂົ້າໃນວຽກງານ ການປະຢັດ ແລະ ອະນຸລັກພະລັງງານ ຢູ່ໃນ ສປປ ລາວ ກອງປະຊຸມໃນຄັ້ງນີ້ ແມ່ນເພື່ອເປັນການສ້າງຈິດສໍານຶກ ແລະ ຄວາມເຂົ້າໃຈ ກ່ຽວກັບວຽກງານການປະຢັດ ແລະ ອະນຸລັກພະລັງງານຢູ່ໃນທຸກຂະແໜງການ ເສດຖະກິດ ແລະ ສັງຄົມ ໂດຍສະເພາະແມ່ນການເຜີຍແຜ່ຄວາມຮູ້ແນະນໍາວິທີກ່ຽວກັບ ການປະຢັດ ແລະ ອະນຸລັກພະລັງງານຢູ່ໃນລະດັບມະຫາວິທະຍາໄລ ແລະ ມັດທະຍົມສຶກສາ. 

ກອງປະຊຸມໃນຄັ້ງນີ້ ແມ່ນເພື່ອເປັນການສ້າງຈິດສໍານຶກ ແລະ ຄວາມເຂົ້າໃຈ ກ່ຽວກັບວຽກງານການປະຢັດ ແລະ ອະນຸລັກພະລັງງານຢູ່ໃນທຸກຂະແໜງການ ເສດຖະກິດ ແລະ ສັງຄົມ ໂດຍສະເພາະແມ່ນການເຜີຍແຜ່ຄວາມຮູ້ແນະນໍາວິທີກ່ຽວກັບ ການປະຢັດ ແລະ ອະນຸລັກພະລັງງານຢູ່ໃນໂຮງງານ, ອາຄານ ແລະ ຂະແໜງການສຶກສາ ໂຄງການນີ້ ແມ່ນໄດ້ຮັບການສະໜັບສະໜູນທາງດ້ານເຕັກນິກວິຊາການ ຈາກກະຊວງການຕ່າງປະເທດ ແລະ ການຄ້າ, ລັດຖະບານ ນິວຊີແລນ, ເພື່ອຈັດຕັ້ງປະຕິບັດ ໂຄງການຊ່ວຍເຫຼືອລ້າດ້ານເຕັກນິກວິຊາການ ດ້ານການປະຢັດ ແລະ ອະນຸລັກພະລັງງານ ໂຄງການດັ່ງກ່າວນີ້ຍັງແມ່ນໜ້າວຽກໜຶ່ງໃນການຈັດຕັ້ງປະບັດວຽກງານທີ່ອໍານວຍຄວາມສະດວກທາງດ້ານພະລັງງານທົດແທນລະຫວ່າງ ສປປ ລາວ ແລະ ນິວຊີແລນ.

ຈຸດປະສົງຂອງການລົງມາເຜີຍແຜ່ ໃນຄັ້ງນີ້ ແມ່ນເພື່ອຜັນຂະຫຍາຍ ນິຕິກຳກ່ຽວກັບ ນະໂຍບາຍແຫ່ງຊາດວ່າດ້ວຍການປະຢັດ ແລະ ອະນຸລັກພະລັງງານ, ດໍາລັດວ່າດ້ວຍການປະຢັດ ແລະ ອະນຸລັກພະລັງງານ ແລະ ຂໍ້ຕົກລົງວ່າດ້ວຍ ມາດຕະຖານ ແລະ ກາໝາຍ ປະສິດທິພາບພະລັງງານ ສໍາລັບເຄື່ອງປັບອາກາດ ໃນ ສປປ ລາວ ເພື່ອສົ່ງເສີມ ການປ່ຽນແປງພຶດຕິກໍາ ໃນການຊົມໃຊ້ພະລັງງານ, ເສີມສ້າງ ຄວາມເຂົ້າໃຈທີ່ເລິກເຊິ່ງ ຂອງພາກສ່ວນກ່ຽວຂ້ອງ ຢູ່ໃນຂະແໜງການເສດຖະກິດຕ່າງໆ ກ່ຽວກັບຄວາມສໍາຄັນ ຂອງ EE&C

ແລະ ນໍາສະເໜີ ບັນດາມາດຕະການ ເພື່ອປັບປຸງຂະບວນການສົ່ງຂໍ້ມູນຂ່າວສານກ່ຽວກັບວຽກງານການປະຢັດ ແລະ ອະນຸລັກພະລັງງານ ເພື່ອເປັນຄວາມຮູ້ພື້ນຖານໃຫ້ແກ່ນັກຮຽນ ນັກສຶກສານໍາໃຊ້ເຂົ້າໃນຊີວິດປະຈໍາວັນ ກອງປະຊຸມຂອງພວກເຮົາແມ່ນຈະໄດ້ດໍາເນີນເປັນເວລາ 01 ວັນເຕັມ.

ໂດຍລວມເຫັນວ່າ: ການຈັດເຜີຍແຜ່ ຄັ້ງນີ້ ຈະເປັນການສ້າງໂອກາດທີ່ດີໃຫ້ກັບພະນັກງານຄູ-ອາຈານ ແລະ ບັນດານ້ອງໆ ນັກຮຽນ ທີ່ເຂົ້າຮ່ວມຮັບຟັງການເຜີຍແຜ່ຂອງທີມງານພວກເຮົາ ມີຄວາມເຂົ້າໃຈ, ເສີມສ້າງໃຫ້ກັບຂະແໜງການພະລັງງານຂອງຜູ້ເຂົ້າຮ່ວມ ເພື່ອນໍາເອົານໍາໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານ ສົ່ງເສີມ ແລະ ປະຢັດພະລັງງານຂອງຕົນ ໃຫ້ມີປະສິດທິພາບ

ປະສິດທິພາບ ແລະ ໄດ້ຮັບໝາກຜົນພາຍຫຼັງເມື່ອໄດ້ຮຽນຮູ້ປະສົບການຈາກຊ່ຽວຊານທີ່ມີປະສົບການ, ຊື່ງມັນໄດ້ສະແດງໃຫ້ເຫັນວ່າ: ຈະໄດ້ມີການຖອດຖອນບົດຮຽນ, ຄວາມຮູ້ຄວາມສາມາດໃນການຈັດຕັ້ງ ແລະ ການຄຸ້ມຄອງ ກ່ຽວກັບວຽກງານພະລັງງານຢ່າງມີປະສິດທິພາບຮ່ວມກັບ ຊ່ຽວຊານຂອງ ນິວຊີແລນໃນລະດັບວິຊາການ,

ນອກນີ້ຍັງເປັນບາດກ້າວສຳຄັນໃນການພັດທະນາເສດຖະກິດ-ສັງຄົມ ໃຫ້ກັບ ສປປ ລາວ ແລະ ຍັງເປັນການກກະກຽມຄວາມພ້ອມດ້ານວຽກງານການສົ່ງເສີມ ແລະ ປະຢັດພະລັງງານຄືກັບບັນດາປະເທດໃນກຸ່ມອາຊຽນດ້ວຍກັນ.
ພາບ: ສົມສະນຸກ
ຂ່າວ: ກົມສົ່ງເສີມ ແລະ ປະຢັດພະລັງງານ