ກອງປະຊຸມປຶກສາຫາລື ການຫັນປ່ຽນພະລັງງານ ໄປສູ່ການນໍາໃຊ້ພະລັງງານໄຮໂດຣເຈນ-ເອມໂມເນຍ ສີຂຽວ ໃນ ສປປ ລາວ ຄັ້ງທີ 3.

          ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 05 ມິຖຸນາ 2023 ນີ້, ຢູ່ທີ່ຫ້ອງປະຊຸມຂອງໂຮງແຮມ ສຸພັດຕຣາ, ນະຄອນຫຼວງພະບາງ, ພາຍໃຕ້ການເປັນປະທານຂອງ ທ່ານ ປອ ສີນາວາ ສຸພານຸວົງ, ຮອງລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່, ໃນນັ້ນ ມີຜູ້ເຂົ້າຮ່ວມຈາກຫົວໜ້າກົມ, ສະຖາບັນອ້ອມຂ້າງກະຊວງ ແລະ ບັນດາກົມທີ່ກ່ຽວຂ້ອງ ຈາກກະຊວງອ້ອມຂ້າງສູນກາງ ເຂົ້າຮ່ວມ, ກວ່າ 20 ທ່ານ.

          ໃນໂອກາດກ່າວເປີດພິທີ ທ່ານ ຮອງລັດຖະມົນຕີ ໄດ້ກ່າວມີຄຳເຫັນວ່າ: ກອງປະຊຸມສຳມະນາ ກ່ຽວກັບ ການສືກສາຄວາມເປັນໄປໄດ້ ໃນການຫັນປ່ຽນພະລັງງານໃນ ສປປ ລາວ ແລະ ໂອກາດຄວາມເປັນໄປໄດ້ການນໍາໃຊ້ພະລັງງານໄຮໂດຣເຈນ-ເອມໂມເນຍ ສີຂຽວ ໃນ ສປປ ລາວ, ເຊິ່ງເປັນພະລັງງານທາງເລືອກໃນອານາຄົດ, ເນື່ອງຈາກສະພາບການປ່ຽນແປງດີນຟ້າອາກາດ, ສະະພາບການຂອງໂລກມີການປ່ຽນແປງໂດຍສະເພາະດ້ານພະລັງງານທີ່ມີການເໜັງຕີງຢ່າງຕໍ່ເນື່ອງ.

          ບັນດາປະເທດໃນໂລກໄດ້ມີນະໂຍບາຍ ແລະ ທິດທາງການນໍາໃຊ້ພະລັງງານສະອາດເປັນມິດກັບສີ່ງແວດລ້ອມ ໂດຍສະເພາະພະລັງງານໄຮໂດຣເຈນ, ເຊີ່ງທາງດ້ານເຕັກໂນໂລໂຊີແລ້ວໄດ້ມີການພັດທະນາຢ່າງຕໍ່ເນື່ອງມີແນວໂນມເປັນທີ່ຍອມຮັບຂອງຕະຫລາດ ແລະ ລາຄາສາມາດແຂ່ງຂັນໄດ້, ຄວາມຕອ້ງການພະລັງງານດັ່ງກ່າວ ໄດ້ມີທ່າອຽງຫລາຍຂື້ນໂດຍສະເພາະ ຢູ່ບັນດາປະເທດເກົາຫລີໃຕ້, ຍີ່ປຸນ ແລະ ສປ ຈີນ.

          ທ່ານ ຮອງລັດຖະມົນຕີ ກ່າວຕື່ມວ່າ: ສໍາລັບ ສປປ ລາວ ພວກເຮົາ ລັດຖະບານ ໄດ້ມີຍຸດທະສາດກ່ຽວກັບການສະໜອງພະລັງງານສະອາດໃຫ້ແກ່ຂະແໜງຄົມມະນາຄົມຂົນສົ່ງ ໂດຍສະເພາະພະລັງງານໄຣໂດຣເຈນ ພ້ອມດຽວກັນນັ້ນ ລັດຖະບານກຳລັງຮ່າງຍຸດທະສາກ່ຽວກັບພະລັງງານໄຮໂດຣເຈນ ແລະ ເອກະສານດ້ານນິຕິກຳທີ່ກ່ຽວຂ້ອງເພື່ອສົ່ງເສີມວຽກງານດັ່ງກ່າວ.

          ປັດຈຸບັນ ສປປ ລາວ ເປັນປະເທດທີ່ນໍາເຂົ້ານ້ຳມັນເຊື້ອໄຟ 100%, ໃນປີ 2021 ນໍາເຂົ້ານໍ້າມັນເຊື້ອໄຟປະມານ 1,4 ລ້ານລິດ ແລະ ນໍາເຂົ້າປຸຍເຄມີ ຈາກຕ່າງປະເທດ ໃນປີ 2022 ເພີ່ມຂື້ນປະມານ 4 ເທື່ອທຽບໃສ່ປີ 2020 ເນື່ອງຈາກວ່າລາຄາຕົ້ນທືນປຸຍເຄມີໄດ້ເພີ່ມຂື້ນ ຖ້າທຽບໃສ່ປີດຽວກັນ, ພ້ອມດຽວກັນນັ້ນ, ປະເທດຂອງພວກເຮົາ ກໍ່ມີທ່າແຮງໃນການຜະລິດພະລັງງານຫລາຍດ້ານເປັນຕົ້ນ: ພະລັງງານໄຟຟ້ານໍ້າຕົກ, ພະລັງງານແສງຕາເວັນ ແລະ ພະລັງງານລົມ ທີ່ສາມາດນໍາໃຊ້ຫັນປ່ຽນມາເປັນພະລັງງານໄຮໂດຼເຈນ ເພື່ອທົດແທນການນໍາໃຊ້ພະລັງງານຈາກ Fossil Fuel.

ໂຄງການສືກສານີ້ ເຫັນວ່າມີຄວາມໝາຍຄວາມສຳຄັນ ແລະ ຄວາມຈຳເປັນ ສຳລັບພວກເຮົາໃນການກຳນົດຍຸດທະສາດ ກ່ຽວກັບພະລັງງານດັ່ງກ່າວໃນອານາຄົດໄລຍະສັ້ນ ແລະ ໄລຍະຍາວ ເປັນຕົ້ນ ແມ່ນລະບົບການເກັບຮັກສາ, ຄວາມປອດໄພ, ການຜະລິດໄຟຟ້າ, ຂະແໜງຄົມມະນາຄົມຂົນສົ່ງທີ່ມີຕົ້ນທືນຕໍ່າ, ຂະແໜງອຸດສາຫະກຳບໍ່ແຮ່-ອຸດສາຫະກຳໜັກ ແລະ ຂະແໜງກະສິກຳ ເພື່ອປະກອບສ່ວນໃນການຫລຸດຜ່ອນມົນລະຜິດ ຕາມນະໂຍບາຍການປ່ຽນແປງດີນຟ້າອາກາດ ແລະ ການພັດທະນາສີຂຽວຕາມທິດຍືນຍົງ.

ພາບ: ສົມສະນຸກ
ຂ່າວ: ກົມສົ່ງເສີມ ແລະ ປະຢັັດພະລັງງານ
ຮຽບຮຽງໂດຍ: ຄຳແສງ ແກ້ວປະເສີດ