ສປປລາວ ສົ່ງເສີມການຫັນໄປສູ່ການນຳໃຊ້ພະລັງງານສະອາດ ແບບມີສ່ວນຮ່ວມ

           ໃນວັນທີ 30 ມິຖຸນາ 2023, ຢູ່ທີ່ໂຮງແຮມ ອາມາຣີ (Amari) ເມືອງ ວັງວຽງ, ແຂວງ ວຽງຈັນ ກົມສົ່ງເສີມ ແລະ ປະຢັດພະລັງງານ, ກະຊວງພະລັງງານ ແລະ ບໍ່ແຮ່ ຮ່ວມກັບ ອົງການ ອ໋ອກຟາມ ປະຈຳ ສປປ ລາວ ໄດ້ຮ່ວມກັນຈັດກອງປະຊຸມປຶກສາຫາລື ກ່ຽວກັບ ການຮ່ວມມືວາງແຜນ ແລະ ຈັດຕັ້ງປະຕິບັດໂຄງການສົ່ງເສີມການຫັນໄປສູ່ການນຳໃຊ້ພະລັງງານສະອາດ ແບບມີສ່ວນຮ່ວມໃນ ສປປ ລາວ (Influence-Just Energy Transition in Lao PDR) ໂດຍການເປັນປະທານຮ່ວມຂອງ ທ່ານ ຈັນໂທ ມີລັດຕະນະແພງ, ຫົວໜ້າກົມສົ່ງເສີມ ແລະ ປະຢັດພະລັງງານ ແລະ ທ່ານ ທັດສະພອນ ບຸດສະຫຼິງ, ຜູ້ອຳນວຍການອົງການ ອ໋ອກຟາມ ປະຈຳ ສປປ ລາວ ເຊິ່ງມີຜູ້ຕາງໜ້າຈາກບັນດາກົມອ້ອມຂ້າງພາຍໃນກະຊວງພະລັງງານ ແລະ ບໍ່ແຮ່, ບັນດາກະຊວງ ແລະ ສະມາຄົມທີ່ກ່ຽວຂ້ອງເຂົ້ົ້າຮ່ວມຈຳນວນ 30 ທ່ານ.

          ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອປຶກສາຫາລື ແລະ ແລກປ່ຽນຄວາມຄິດເຫັນໃນການຮ່ວມມືວາງແຜນ ແລະ ຈັດຕັ້ງປະຕິບັດໂຄງການສົ່ງເສີມການຫັນໄປສູ່ການນຳໃຊ້ພະລັງງານສະອາດແບບມີສ່ວນຮ່ວມໃນ ສປປ ລາວ ຈາກບັນດາຜູ້ເຂົ້າຮ່ວມ.

           ພ້ອມກັນນີ້, ຜູ້ເຂົ້າຮ່ວມກອງປະຊຸມ ຍັງໄດ້ຮັບຟັງການນຳສະເໜີ ກ່ຽວກັບບ ນະໂຍບາຍ ແລະ ແຜນຍຸດທະສາດສົ່ງເສີມການຫັນໄປສູ່ການນຳໃຊ້ພະລັງງານສະອາດໃນ ສປປ ລາວ; ສະພາບລວມຂອງວຽກງານການສົ່ງເສີມການຫັນໄປສູ່ການນຳໃຊ້ພະລັງານສະອາດແບບມີສ່ວນຮ່ວມໃນອາຊີ ແລະ ສປປ ລາວ; ປະຫວັດຄວາມເປັນມາ, ຈຸດປະສົງ ແລະ ແຜນຈັດຕັ້ງປະຕິບັດໂຄງການສົ່ງເສີມພະລັງງານສະອາດແບບມີສ່ວນຮວ່ມໃນ ສປປ ລາວ ພ້ອມດຽວກັນນັ້ນ ກໍ່ໄດ້ມີການແລກປ່ຽນບົດຮຽນ ແລະ ປະສົບການຈາກບັນດາຜູ້ເຂົ້າຮ່ວມທີ່ີມີປະສົບການ ກ່ຽວກັບ ການກຳນົດໜ້າວຽກ, ແຜນກິດຈະກຳ ເຊິ່ງຈະປຶກສາຫາລືກັນລະອຽດຕື່ມ ເພື່ອວາງແຜນໃນການຈັດຕັ້ງປະຕິບັດໂຄງການ ໃຫ້ເກີດປະໂຫຍດ ແລະ ມີປະສິດທິຜົນສູງ.

ພາບ ແລະ ຂ່າວ: ກົມສົ່ງເສີມ ແລະ ປະຢັດພະລັງງານ
ຮຽບຮຽງ: ຄຳແສງ ແກ້ວປະເສີດ