ທ່ານ ຮອງລັດຖະມົນຕີ ເຂົ້າຮ່ວມງານສະເຫຼີມສະຫຼອງຄົບຮອບ 10 ປີຂອງໂຄງການຂຸດຄົ້ນ-ປຸງແຕ່ງຄໍາ-ເງິນ ບ້ານ ຫ້ວຍຊາຍ ຂອງບໍລິສັດພູເບ້ຍມາຍນີ້ງ ຈຳກັດ
ບໍລິສັດພູເບ້ຍມາຍນິ້ງ ຈຳກັດ ເຊິ່ງເປັນບໍລິສັດໜຶ່ງທີ່ໄດ້ຮັບການອະນຸຍາດຈາກ ລັດຖະບານ ໃຫ້ດຳເນີນການພັດທະນາອຸດສາຫະກຳບໍ່ແຮ່ ຢູ່ ສປປລາວ ມາແຕ່ຕົ້ນປີ 2010 ເປັນຕົ້ນມາ ໂດຍສະເພາະແມ່ນ ໄດ້ດຳເນີນການກໍ່ສ້າງໂຄງການຂຸດຄົ້ນ-ປຸງແຕ່ງຄຳ-ເງິນ ຢູ່ບ້ານ ຫ້ວຍຊາຍ, ເມືອງ ລ້ອງແຈ້ງ, ແຂວງໄຊສົມບູນ. ຕໍ່ມາໃນເດືອນ ເມສາ ປີ 2012, ໂຄງການຂຸດຄົ້ນ-ປຸງແຕ່ງຄຳ-ເງິນ ບ້ານ ຫ້ວຍຊາຍ ໄດ້ເລີ່ມທຳການຜະລິດຢ່າງເປັນທາງການ.…