ບໍລິສັດ ວັນເວພະລັງງານສາກົນ (ລາວ) ຈຳກັດຜູ້ດ່ຽວ ມອບອຸປະກອນໄຟຟ້າແສງຕາເວັນ ຈຳນວນ 50 ຊຸດໃຫ້ຄະນະຊາວໜຸ່ມປະຊາຊົນປະຕິວັດລາວກະຊວງພະລັງງານ ແລະ ບໍ່ແຮ່
ພິທີດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 21 ກຸມພາ 2023 ຢູ່ຫ້ອງຮັບແຂກກະຊວງ ພະລັງງານ ແລະ ບໍ່ແຮ່ ລະຫວ່າງ ສະຫາຍ ຈູທົງຕາ ປະທານບໍລິສັດ ວັນເວ ພະລັງງານສາກົນ (ລາວ)ຈຳກັດຜູ້ດ່ຽວ ເປັນຜູ້ມອບ ແລະ ກ່າວຮັບຂອງ ສະຫາຍ ຈັນທະເລດ ວໍລະບຸດ ກຳມະການຄະນະບໍລິຫານງານພັກກະຊວງ, ກຳມະການຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວກະຊວງ,…