ຊົມເຊີຍ ວັນປູກຕົ້ນໄມ້ແຫ່ງຊາດປີ 2023 ຢ່າງສຸດໃຈ
ມື້ນີ້, ວັນທີ 1 ມິຖຸນາ ຊຶ່ງແມ່ນວັນປູກຕົ້ນໄມ້ແຫ່ງຊາດ ທີ່ທົ່ວພັກ, ທົ່ວລັດ, ທົ່ວປວງຊົນໄດ້ຢຶດຖືເປັນວັນສໍາຄັນຂອງປະເທດຊາດ ຊຶ່ງພໍມາຮອດມື້ນີ້, ພວກເຮົາ ກໍໄດ້ພ້ອມພາກັນຈັດຕັ້ງຂະບວນປູກຕົ້ນໄມ້ ແລະ ຈັດກິດຈະກໍາຕ່າງໆ ຕິດພັັນກັບຂະບວນການອື່ນໆຢ່າງກວ້າງຂວາງ ແລະ ມີບັນຍາກາດຟົດຟື້ນ ແນໃສ່ເພື່ອສ້າງຄວາມຮັບຮູ້ກ່ຽວກັບຄຸນປະໂຫຍດ ແລະ ຄວາມສໍາຄັນຂອງປ່າໄມ້ຕິດພັນກັບການຈັດຕັ້ງຂະບວນການປູກໄມ້, ການບົວລະບັດຮັກສາ ແນໃສ່ເຮັດໃຫ້ປ່າໄມ້, ຊັບພະຍາກອນປ່າໄມ້ ນັບທັງທີ່ດິນ ແລະ ຊີວະນາໆພັນ…