ກົມຄຸ້ມຄອງບໍ່ແຮ່ ສຳເລັດຍົກລະດັບດ້ານເຕັກນິກ-ວິຊາການ, ນິຕິກໍາ ແລະ ລະບຽບການກ່ຽວກັບວຽກງານບໍ່ແຮ່ ຢູ່ແຂວງ ຊຽງຂວາງ ແລະ ແຂວງ ຫົວພັນ
ໃນລະຫວ່າງວັນທີ 19-22 ສິງຫາ 2024 ທີ່ຜ່ານມານີ້, ຄະນະວິຊາການກົມຄຸ້ມຄອງບໍ່ແຮ່ ໄດ້ສົມທົບກັບ ພະແນກພະລັງງານ ບໍ່ແຮ່ແຂວງຊຽງຂວາງ ແລະ ແຂວງຫົວພັນ ຈັດກອງປະຊຸມຝຶກອົບຮົມສ້າງຄວາມເຂັ້ມແຂງທາງດ້ານເຕັກນິກ-ວິຊາການ, ນິຕິກໍາ ແລະ ລະບຽບການກ່ຽວກັບວຽກງານບໍ່ແຮ່ ໃຫ້ກັບພະນັກງານວິຊາການຂັ້ນທ້ອງຖິ່ນ. ການຈັດຝຶກອົບຮົມຄັ້ງນີ້, ແມ່ນນອນຢູ່ໃນແຜນຍຸດທະສາດການພັດທະນາຊັບພະຍາກອນມະນຸດຂອງຂະແໜງພະລັງງານ ແລະ ບໍ່ແຮ່…