ສະຫາຍ ນາງ ຄອນສະຫວັນ ສະກຸນຄູ ໄດ້ຮັບການເລືອກຕັ້ງເປັນປະທານ ໜ່ວຍກຳມະບານຮາກຖານ ກົມຄຸ້ມຄອງພະລັງງານ ຜູ່ໃໝ່
ກອງປະຊຸມໃຫຍ່ ຄັ້ງທີ III ຂອງໜ່ວຍກຳມະບານຮາກຖານ ກົມຄຸ້ມຄອງພະລັງງານ ໄດ້ໄຂຂື້ນ ແລະ ອັດລົງຢ່າງຈົບງາມໃນວັນທີ 01 ກໍລະກົດ 2024 ພາຍໃຕ້ການເປັນປະທານຂອງ ສະຫາຍ ທຳມະນູນ ນາຄະວິດ,ຄະນະບໍລິຫານງານກຳມະບານກະຊວງ, ປະທານໜ່ວຍກຳມະບານຮາກຖານ ກົມຄຸ້ມຄອງພະລັງງານ, ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ເພັດສະຫວັນ ລັດຕະນະທົງໄຊ ຄະນະພັກກະຊວງ, ຄະນະບໍລິຫານງານສູນການສະຫະພັນກຳມະບານລາວ, ປະທານສະຫະພັນກຳມະບານ ກະຊວງພະລັງງານ…