ຜ່ານຮ່າງກົດໝາຍວ່າດ້ວຍຄວາມປອດໄພຂອງເຂື່ອນ
ໃນວັນທີ 04 ພຶດສະພາ 2022 ສະພາແຫ່ງຊາດ ແລະ ກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ຈັດກອງປະຊຸມກວດກາເນື້ອໃນຮອບດ້ານຂອງຮ່າງກົດໝາຍວ່າດ້ວຍຄວາມປອດໄພຂອງເຂື່ອນ ທີ່ ສູນຝຶກອົບຮົມສູນກາງແນວລາວສ້າງຊາດ ໂດຍໃຫ້ກຽດເປັນປະທານຂອງທ່ານ ສົມມາດ ພົລເສນາ, ຮອງປະທານສະພາແຫ່ງຊາດ; ການຈັດຕັ້ງປະຕິບັດຕາມກົດໝາຍວ່າດ້ວຍການສ້າງນິຕິກຳ ສະບັບເລກທີ 06/ສພຊ, ລົງວັນທີ 16 ພະຈິກ 2021, ມາດຕາ 52 ແລະ ມາດຕາ 53 ກ່ຽວກັບການມອບສິດໃຫ້ກວດກາຮ່າງກົດໝາຍ…