ກະຊວງພະລັງງານ ແລະ ບໍ່ແຮ່ ຮ່ວມກັບ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ສ້າງຂະບວນການ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ
ເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ທີ່ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ ໃນວັນທີ 20 ມັງກອນ 2024 ນີ້, ຄະນະພັກ, ຄະນະນຳກະຊວງພະລັງງານ ແລະ ບໍ່ແຮ່ ຮ່ວມກັບຄະນະພັກ, ຄະນະນຳວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ສ້າງຂະບວນການຢ່າງຄຶກຄື້ນ ແລະ ເປັນຂະບວນຟົດຟື້ນ.ພິທີເລີ່ມຕົ້ນດ້ວຍການອວຍພອນ ການນຳວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ຂອງ…