ຂະນະທີ່ເສດຖະກິດລາວ ປະສົບຄວາມຫຍຸ້ງຍາກໃນການຟື້ນຕົວຄືນຈາກຜົນກະທົບຢ່າງໜັກຂອງການລະບາດຂອງພະຍາດໂຄວິດ-19 ຢູ່ນີ້ ນັກລົງທຶນເຊື້ອສາຍລາວຈາກສະຫະລັດ ກໍໄດ້ເຊັນບົດບັນທຶກຄວາມເຂົ້າໃຈຫລື MOU ກັບລັດຖະບານລາວ ໃນວັນທີ 18 ເມສາ ຜ່ານມາ ຊຶ່ງໃນນັ້ນ ມີ 6 ໂຄງການ ຄື ໂຮງງານຫລອມຄຳ, ທະນາຄານຄຳ, ໂຮງງານແຜງຜະລິດພະລັງງານ ຈາກແສງຕາເວັນ, ໂຮງງານຜະລິດນ້ຳມັນຖົ່ວເຫລືອງ ລວມທັງການປູກຖົ່ວເຫລືອງ, ການສຳຫລວດແຮ່ຄຳພ້ອມກັບແຮ່ທາດອື່ນໆ ແລະ ໂຮງງານຜະລິດເຈ້ຍຈາກເສດເຈຍ ທີ່ເອົາມາໝູນໃຊ້ໃໝ່. ທ່ານວຽງໄຊ ວິໄລກຸນ, ປະທານບໍລິສັດບໍ່ຄຳສາກົນວິໄລກຸນ…