ກົມຈັດຕັ້ງ ແລະ ພະນັກງານ ຈັດພິທີສະຫຼຸບການຍ້ອງຍໍຂະບວນການຮັກຊາດ ແລະ ພັດທະນາ
ພິທີດັ່ງກ່າວ ໄດ້ຈັດຂຶ້ນຢ່າງສົມກຽດໃນວັນທີ 22 ກັນຍາ 2023 ຢູ່ຫ້ອງປະຊຸມໃຫຍ່ຊັ້ນ5, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງ ທ່ານ ປະລິນຍາເອກ ສີນາວາ ສຸພານຸວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່. ມີ ທ່ານ ທອງຂັນ ພິມວິໄລ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ພ້ອມດ້ວຍຄະນະກົມ ແລະ ພະນັກງານລັດຖະກອນພາຍໃນກົມເຂົ້າຮ່ວມຢ່າງພ້ອມພຽງ.…