ການນໍາຈາກຫຼາຍພາກສ່ວນ ຢ້ຽມຢາມໂຮງງານຂຸດຄົ້ນ-ປຸງແຕ່ງທອງ-ຄໍາ ພູຄຳ.
ການນໍາ ຕາງໜ້າລັດຖະບານລາວ ນໍາໂດຍ ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ທີ່ຖືກແຕ່ງຕັ້ງເປັນສະພາບໍລິຫານ ແລະ ຕາງໜ້າຜູ້ຖືຮຸ້ນໃນບໍລິສັດ ພູເບ້ຍ ມາຍນິ້ງ, ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ປະທານຄະນະກໍາມະການຄຸ້ມຄອງການດຳເນີນງານ ຂອງບໍລິສັດ ພູເບ້ຍ ມາຍນິ້ງ, ທ່ານ ລັນ…