ຄະ​ນະ​ພັກ-ຄະ​ນະນ​ຳ​ກະ​ຊວງ ພະ​ລັງ​ງານ ແລະ ບໍ່​ແຮ່ ຮ່ວມ​ກັບ ຄະ​ນະ​ພັກ-ຄະ​ນະ​ນຳ​ສູນ​ກາງ​ຊາວ​ໜຸ່ມ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ລົງ​ພົບ​ປະ, ຢ້ຽມ​ຢາມ​ ນາຍ ແລະ ພົນ​ທະ​ຫານ ແລະ ວິ​ລະ​ຊົນ​ແຫ່ງ​ຊາດ (ກອງ​ລາດ​ສະ​ວົງ)

ເພື່ອ​ສະ​ແດງ​ເຖິງ​ຄຸນ​ງາມ​ຄວາມ​ດີ ແລະ ຈາ​ລຶກ​ບຸນ​ຄຸ​ນ​ຂອງ​ກອງ​ທັບ​ປະ​ຊາ​ຊົນ​ລາວ ທີ່​ຍາມ​ໃດ​ກໍ່​ປຽບ​ເໝືອນ​  ຮົ​ວຂອງ​ຊາດ ຄອຍ​ປົກ​ປ້ອງ ແລະ ປ້ອງ​ກັນ​ມາ​ຕິ​ພູມ ເພື່ອ​ໃຫ້​ປະ​ເທດ​ຊາດ​ມີ​ຄວາມ​ສະ​ຫງົບ​ສຸກ. ດັ່ງ​ນັ້ນ, ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ​ກອງ​ທັບ​ປະ​ຊາ​ຊົນ​ລາວ ຄົບ​ຮອບ 73 ປີ. ຄະ​ນະ​ພັກ-ຄະ​ນະ​ນຳ​ກະ​ຊວງ ພະ​ລັງ​ງານ ແລະ ບໍ່​ແຮ່ ແລະ ຄະ​ນະ​ພັກ-ຄະ​ນະ​ນຳ​ສູນ​ກາງ​ຊາວ​ໜຸ່ມ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ຮ່ວມ​ກັບ​ຄະ​ນະ​ບໍ​ລິ​ຫານ​ງານ​ຊາວ​ໜຸ່ມ​ກະ​ຊວງ ພະ​ລັງ​ງານ ແລະ ບໍ່​ແຮ່ ແລະ ກະ​ຊວງ ປ້ອງ​ກັນ​ປະ​ເທດ ເຊິ່ງ​ນຳ​ໂດຍ ສະ​ຫາຍ ອາ​ລຸນ​ໄຊ…

Continue Readingຄະ​ນະ​ພັກ-ຄະ​ນະນ​ຳ​ກະ​ຊວງ ພະ​ລັງ​ງານ ແລະ ບໍ່​ແຮ່ ຮ່ວມ​ກັບ ຄະ​ນະ​ພັກ-ຄະ​ນະ​ນຳ​ສູນ​ກາງ​ຊາວ​ໜຸ່ມ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ລົງ​ພົບ​ປະ, ຢ້ຽມ​ຢາມ​ ນາຍ ແລະ ພົນ​ທະ​ຫານ ແລະ ວິ​ລະ​ຊົນ​ແຫ່ງ​ຊາດ (ກອງ​ລາດ​ສະ​ວົງ)

ທ່ານ ລັດຖະມົນຕີ ຕ້ອນຮັບທູດບັນດາປະເທດເພື່ອນມິດເຂົ້າຢ້ຽມຂໍ່ານັບ ແລະ ພົບປະ

ຕອນເຊົ້າວັນທີ 19 ມັງກອນ 2022 ນີ້, ຢູ່ຫ້ອງຮັບແຂກກະຊວງ ພະລັງງານ ແລະ ບໍ່ແຮ່, ທ່ານ ປອ ດາວວົງ ພອນແກ້ວ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ຕ້ອນຮັບທູດບັນດາປະເທດເພື່ອນມິດເຂົ້າຢ້ຽມຢາມ ແລະ ພົບປະຄື: ໃນເວລາ 9:00 ໂມງ ໄດ້ຕ້ອນຮັບ ທ່ານ Dinkar Asthana ເອກອັກຄະລັດຖະທູດ…

Continue Readingທ່ານ ລັດຖະມົນຕີ ຕ້ອນຮັບທູດບັນດາປະເທດເພື່ອນມິດເຂົ້າຢ້ຽມຂໍ່ານັບ ແລະ ພົບປະ

ຕໍ່ຮ່າງດໍາລັດວ່າດ້ວຍການປັບໃໝ ແລະ ມາດຕະການຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບວຽກງານໄຟຟ້າ

ມາຮອດປະຈຸບັນ ອຸດສາຫະກໍາພະລັງງານ ແລະ ການດໍາເນີນທຸລະກິດກ່ຽວກັບ ການໃຫ້ບໍລິການດ້ານພະລັງງານໄຟຟ້າ ມີບົດບາດສໍາຄັນ ແລະ ມີລັກສະນະເປັນພື້ນຖານໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ. ໄຟຟ້າໄດ້ກາຍເປັນຂະແໜງ ເສດຖະກິດ ແລະ ຫົວໜ່ວຍທຸລະກິດ ທີ່ເຮັດບົດບາດໃນການຂະຫຍາຍລະບົບເສດຖະກິດແຫ່ງຊາດ, ເປັນເຄື່ອງມືທີ່ສໍາຄັນໃນການຫັນໄປສູ່ເສດຖະກິດຜະລິດເປັນສິນຄ້າ. ຄຽງຄູ່ໄປກັບຜົນສໍາເລັດຂອງບັນດາໂຄງການພັດທະນາອຸດສາຫະກໍາໄຟຟ້າ ແລະ ທຸລະກິດໄຟຟ້າ ທີ່ມີລັກສະນະເປັນພື້ນຖານທີ່ໜັກແໜ້ນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ. ແຕ່ການພັດທະນາ ຍັງພົບເຫັນການກະທໍາຈໍານວນໜື່ງ ທີ່ບໍ່ປະຕິບັດໄປຕາມກົດໝາຍ ແລະ ລະບຽບການກ່ຽວກັບວຽກງານໄຟຟ້າ ທີ່ກ່ຽວຂ້ອງກັບການດໍາເນີນກິດຈະການໄຟຟ້າ ຫຼື ທຸລະກິດໄຟຟ້າ ເປັນຕົ້ນ ການດໍາເນີນທຸລະກິດໄຟຟ້າໂດຍບໍ່ໄດ້ຮັບໃບອະນຸຍາດ, ການດໍາເນີນທຸລະກິດໄຟຟ້າເກີນຂອບເຂດທີ່ໃບອະນຸຍາດກໍານົດ, ການດໍາເນີນກິດຈະການກໍ່ສ້າງ…

Continue Readingຕໍ່ຮ່າງດໍາລັດວ່າດ້ວຍການປັບໃໝ ແລະ ມາດຕະການຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບວຽກງານໄຟຟ້າ

ລົງເຄື່ອນໄຫວຕິດຕາມການຄຸ້ມຄອງການນຳໃຊ້ທີດິນ ແລະ ຕິດຕາມ, ຢ້ຽມຢາມວຽກງານ ຂອງສະຖາບັນພະລັງງານທົດແທນ ແລະ ວັດສະດຸໃໝ່

     ໃນວັນທີ 27 ກໍລະກົດ 2022 ທີ່ຜ່ານມາ, ທ່ານ ປອ ດາວວົງ ພອນແກ້ວ, ກຳມະການສູນກາງພັກ, ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ພ້ອມດ້ວຍຄະນະລົງເຄື່ອນໄຫວຕິດຕາມການຄຸ້ມຄອງການນຳໃຊ້ທີດິນ ແລະ ຕິດຕາມ, ຢ້ຽມຢາມວຽກງານ ຂອງສະຖາບັນພະລັງງານທົດແທນ ແລະ ວັດສະດຸໃໝ່. ນຳພາໂດຍທ່ານ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ຮອງຫົວໜ້າຫ້ອງການ, ຫົວໜ້າ ສະຖາບັນພະລັງງານທົດແທນ ແລະ…

Continue Readingລົງເຄື່ອນໄຫວຕິດຕາມການຄຸ້ມຄອງການນຳໃຊ້ທີດິນ ແລະ ຕິດຕາມ, ຢ້ຽມຢາມວຽກງານ ຂອງສະຖາບັນພະລັງງານທົດແທນ ແລະ ວັດສະດຸໃໝ່

ພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ໄຊສົມບູນ ຈັດ​ກອງ​ປ​ຊຸມສ້າງແຜນກຳນົດພະນັກງານນໍາພາ-ຄຸ້ມຄອງ 

ກອງ​ປະ​ຊຸມ​ດັ່ງ​ກ່າວ​ໄດ້​ຈັດຂຶ້ນຢ່າງ​ເປັນ​ທາງ​ການ ໃນຕອນເຊົ້າຂອງວັນທີ 3 ກຸມພາ 2022 ນີ້ ທີ່ຫ້ອງປະຊຸມ ລັດວິສາຫະກິດໄຟຟ້າລາວ ສາຂາ ແຂວງໄຊສົມບູນ ໂດຍການເປັນປະທານຂອງ ທ່ານ ບຸນທຽມ ໄຊສົງຄາມ ກຳ​ມະ​ການ​ພັກ​ແຂວງ, ເລ​ຂາ​ຄະ​ນະ​ພັກ​ຮາກ​ຖານ, ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງ, ມີຜູ້ຕາງໜ້າຈາກຄະນະຈັດຕັ້ງແຂວງ, ກວດກາພັກ-ລັດ ແຂວງ, ພະແນກພາຍໃນແຂວງ ພ້ອມດ້ວຍຮອງຫົວໜ້າພະແນກ ຕະຫຼອດຮອດຫົວໜ້າ-ຮອງຫົວໜ້າຂະແໜງ ແລະ ພະນັກງານວິຊາການ ພາຍໃນພະແນກ ເຂົ້າຮ່ວມຢ່າງ​ພ້ອມ​ພຽງ.…

Continue Readingພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ໄຊສົມບູນ ຈັດ​ກອງ​ປ​ຊຸມສ້າງແຜນກຳນົດພະນັກງານນໍາພາ-ຄຸ້ມຄອງ 

ເຜີຍ​ແຜ່​ສັນ​ຍາ​ສຳ​ປະ​ທານ​ພັດ​ທະ​ນາ ແລະ ສົ່ງ​ອອກບໍ່​ແຮ່ (ແຮ່​ເຫຼັກ) ຢຸ່​ແຂວງ ຄຳ​ມ່ວນ

  ໃນ​ວັນ​ທີ 28 ມັງກອນ 2022 ທີ່​ຜ່ານ​ມານີ້, ທີ່​ຫ້ອງ​ປະຊຸມ​ຂອງຫ້ອງວ່າການປົກຄອງເມືອງຄູນຄຳ, ແຂວງຄຳມ່ວນ ກົມ​ຄຸມ​ຄອງບໍ່​ແຮ່ ກະ​ຊວງ ພະ​ລັງ​ງານ ແລະ ບໍ່​ແຮ່ ໄດ້​ຈັດກອງ​ປະຊຸມເຜີຍ​ແຜ່​ເນື້ອ​ໃນ​ສັນຍາ​​ສໍາປະທານພັດທະນາບໍ່ແຮ່ ແລະ ສົ່ງອອກ (ແຮ່ເຫຼັກ) ຢູ່ເຂດບ້ານທ່ານາ, ເມືອງຄູນຄຳ, ແຂວງຄຳມ່ວນ ຂອງບໍລິສັດ ບົວທິບ ມາຍນິ້ງ ຈໍາກັັດ, ພາຍໃຕ້​ການ​ເປັນ​ປະທານ​ຮ່ວມຂອງທ່ານ ແກ້ວວິໄລ ໄຊຍະບຸດ ເລຂາພັກເມືອງ ເຈົ້າເມືອງໆຄູນຄຳ ແລະ…

Continue Readingເຜີຍ​ແຜ່​ສັນ​ຍາ​ສຳ​ປະ​ທານ​ພັດ​ທະ​ນາ ແລະ ສົ່ງ​ອອກບໍ່​ແຮ່ (ແຮ່​ເຫຼັກ) ຢຸ່​ແຂວງ ຄຳ​ມ່ວນ

ເມືອງ​ຊະ​ນະ​ຄາມ ເຜີຍ​ແຜ່​ສັນ​ຍາ​ວ່າ​ດ້ວຍ​ການ​ສຳຫຼວດ​ແຮ່​ທອງ, ແຮ່​ຄຳ ແລະ​ແຮ່​ຕິດ​ພັນ ຂອງ​ບໍ​ລິ​ສັດ ​ຈີແອວ​ເອັມ ລາວ ຈຳ​ກັດ (GLM Lao Co., Ltd) ແລະ​ ລັດ​ວິ​ສາ​ຫະ​ກິດ​ແຮ່​ທາດ​ລາວ.

ໃນ​ວັນ​ທີ 27 ມັງ​ກອນ 2022 ນີ້ ຢູ່​ຫ້ອງ​ປະ​ຊຸມ​ໃຫ​ຍ່​ຂອງ​ເມືອງ​ ຊະ​ນະ​ຄາມ ແຂວງວຽງ​ຈັນ ກົ​ມ​ທໍ​ລະ​ນີ​ສາດ-ແຮ່​ທາດ ກະ​ຊວງ​ພະ​ລັງ​ງານ​ແລະ​ບໍ່​ແຮ່ ໄດ້​ສົມ​ທົບ​ກັບ​ພະ​ແນກ​ພະ​ລັງ​ງານ​ແລະ​ບໍ່​ແຮ່ ແຂວງ ວຽງຈັນ, ຫ້ອງ​ການ​ພະ​ລັງ​ງານ​ແລະ​ບໍ່​ແຮ່ ເມືອງ​ຊະ​ນ​ະ​ຄາມ ໄດ້​ຈັດ​ກອງ​ປະ​ຊຸມ​ເຜີຍ​ແຜ່​ສັນ​ຍາ​ວ່າ​ດ້ວຍ ການ​ສຳຫຼວດ​ແຮ່​ທອງ, ແຮ່​ຄຳ ແລະ​ແຮ່​ຕິດ​ພັນ​ຢູ່​ເຂດ​ບ້ານ​ນາ​ປາ​ຝາ ເມືອງ​ຊະ​ນະ​ຄາມ ແຂວງວຽງ​ຈັນ ຂອງບໍ​ລິ​ສັດ ​ຈີແອວ​ເອັມ ລາວ ຈຳ​ກັດ (GLM Lao Co., Ltd) ແລະ​…

Continue Readingເມືອງ​ຊະ​ນະ​ຄາມ ເຜີຍ​ແຜ່​ສັນ​ຍາ​ວ່າ​ດ້ວຍ​ການ​ສຳຫຼວດ​ແຮ່​ທອງ, ແຮ່​ຄຳ ແລະ​ແຮ່​ຕິດ​ພັນ ຂອງ​ບໍ​ລິ​ສັດ ​ຈີແອວ​ເອັມ ລາວ ຈຳ​ກັດ (GLM Lao Co., Ltd) ແລະ​ ລັດ​ວິ​ສາ​ຫະ​ກິດ​ແຮ່​ທາດ​ລາວ.

ຄະ​ນະ​ພັກຮາກຖານ ພບ ແຂວງ ສະ​ຫວັນ​ນະ​ເຂດ ເຊື່ອມຊືມເອກະສານການເມືອງ ແລະ ດຳເນີນຊີວິດການເມືອງທ້າຍສະໄຫມ

ໃນວັນທີ 25 ມັງກອນ 2022 ນີ້ ຢູ່ສະໂມສອນຫ້ອງວ່າການປົກຄອງແຂວງ ໄດ້ຈັດກອງປະຊຸມເຊື່ອມຊືມເອກະສານການເມືອງ ແລະ ດຳເນີນຊີວິດການເມືອງທ້າຍສະໄໝຂອງບັນ​ດາໜ່ວຍພັກ ທີ່ຂື້ນກັບຄະນະພັກຮາກຖານພະແນກພະລັງງານ ແລະ ບໍ່ແຮ່ແຂວງ ສະຫວັນນະເຂດ ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ບຸນລ້ວນ ລີໄຊຍະລາດ ເລຂາ​ຄະ​ນະພັກຮາກຖານ ພະແນກພະລັງງານ ແລະ ບໍ່ແຮ່ແຂວງ, ມີຄະນະພັກຮາກຖານ ​ພ້ອມ​ດ້ວຍ​ສະ​ມາຊິກ​ພັກ, ພະ​ນັກ​ງານຫຼັກ​ແຫຼ່ງ​ພາຍ​ໃນພະແນກ ພະ​ລັງ​ງານ ແລະ ບໍ່​ແຮ່, ​ຕາງ​ໜ້າ​ຈາກຄະນະໂຄສະນາອົບຮົມແຂວງ ແລະ ຄະນະກວດກາແຂວງ ເຂົ້າຮ່ວມ.…

Continue Readingຄະ​ນະ​ພັກຮາກຖານ ພບ ແຂວງ ສະ​ຫວັນ​ນະ​ເຂດ ເຊື່ອມຊືມເອກະສານການເມືອງ ແລະ ດຳເນີນຊີວິດການເມືອງທ້າຍສະໄຫມ

ພະແນກ ພບ ແຂວງ ໄຊ​ຍະ​ບູ​ລີ ລົງ​ພົບປະ, ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ຫ້ອງ​ການ​ ພບ ເມືອງ ໄຊ​ສະ​ຖານ

ໃນ​ວັນ​ທີ 7 ມັງ​ກອນ 2022 ທີ່​ຜ່ານ​ມານີ້, ພະ​ແນກພະແນກພະລັງງານ ແລະ ບໍ່ແຮ່ແຂວງ ໄຊຍະບູລີ ​ນຳ​ພາ​ໂດຍ ທ່ານ ຄຳ​ກ່າຍ ວົງ​ສີ ຮອງ​ຫົວ​ໜ້າ​ພະ​ແນກ ພະ​ລັງ​ງານ ແລະ ບໍ່​ແຮ່ ແຂວງ​ພ້ອມ​ຄະ​ນະ ລົງພົບ​ປະ, ຢ້ຽມ​ຢາມ ແລະ ເຮັດ​ວຽກ​ກັບ​ຫ້ອງ​ການ​ພະ​ລັງ​ງານ ແລະ ບໍ່​ແຮ່ ເມືອງ ໄຊ​ສະ​ຖານ ໂດຍ​ໃຫ້​ການ​ຕ້ອນ​ຮັບ​ຂອງ ທ່ານ ໝັ້ນ ແກ້ວ​ປະ​ເສີດ…

Continue Readingພະແນກ ພບ ແຂວງ ໄຊ​ຍະ​ບູ​ລີ ລົງ​ພົບປະ, ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ຫ້ອງ​ການ​ ພບ ເມືອງ ໄຊ​ສະ​ຖານ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງອຸດົມໄຊ ຊຸດທີ II

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງອຸດົມໄຊ ຊຸດທີ II ໄດ້ຮັບຮອງເອົາຮ່າງຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງແຮ່ທາດອະໂລຫະສຳລັບການກໍ່ສ້າງ ແລະ ອຸດສາຫະກຳພາຍໃນແຂວງ ໃນວັນທີ່ 12 ມັງກອນ 2022 ​ນີ້, ເຊິ່ງມື້ທີສອງ ຂອງ​ການ​ດຳ​ເນີນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງອຸດົມໄຊ ຊຸດທີ II. ທ່ານ ອາລຸນ ບຸນວິໄລ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ອຸ​ດົມ​ໄຊ…

Continue Readingກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງອຸດົມໄຊ ຊຸດທີ II