ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ ເອົາໃຈໃສ່ກໍ່ສ້າງ ແລະ ຍົກລະດັບຄວາມຮູ້, ຄວາມສາມາດດ້ານເຕັກນິກ, ວິຊາການຂະແໜງບໍ່ແຮ່ ໃຫ້ພະນັກງານ-ລັດຖະກອນ ບັນດາແຂວງພາກເໜືອ ແລະ ພາກກາງ
ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ ຮ່ວມກັບພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ບໍລິຄຳໄຊ ຈັດກອງປະຊຸມຝຶກອົບຮົມກ່ຽວກັບໂຄງສ້າງ, ເຕັກນິກພື້ນຖານ ຂອງການຂຸດຄົ້ນຫີນປູນແບບເປີດໜ້າດິນ ແລະ ການຂຸດຄົ້ນຖ່ານຫີນແບບໃຕ້ດິນ, ການຂຸດຄົ້ນແບບບໍ່ເປີດໜ້າດິນ, ວຽກງານຊີເຈາະ ແລະ ລະເບີດ ແລະ ການຂົນສົ່ງໃນສະໜາມຂຸດຄົ້ນ ຂຶ້ນ ລະຫວ່າງວັນທີ 20-22 ກັນຍາ 2022 ພາຍໃຕ້ການເປັນປະທານຮ່ວມຂອງ…