ກອງປະຊຸມລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 42 ໄດ້ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ ພ້ອມກຳນົດທິດທາງ ແລະ ຍຸດທະສາດດ້ານ ພະລັງງານ ເພື່ອໃຫ້ ສອດຄ່ອງກັບວິໄສທັດອາຊຽນ
ພາຍຫຼັງກອງປະຊຸມໄດ້ດຳເນີນມາແຕ່ມາເປັນເວລາສອງວັນເຕັ້ມ, ຕອນແລງວັນທີ 27 ກັນຍາ 2024 ຢູ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໄດ້ມີພິທີຖະແຫຼ່ງຂ່າວຜົນສຳເລັດຢ່າງເປັນທາງການ ໂດຍໃຫ້ກຽດຖະແຫຼ່ງຂ່າວຂອງ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ສປປລາວ, ປະທານກອງປະຊຸມລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 42. ມີບັນດາ ທ່ານ ລັດຖະມົນຕີພະລັງງານອາຊຽນ, ທ່ານ ຮອງເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມ.…