ຄະນະ ຊປປລ ກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ຮັບເຄື່ອງຊ່ວຍເຫຼືອອຸປະກອນໄຟຟ້າແສງຕາເວັນ ເພື່ອນຳໄປມອບໃຫ້ກຸ່ມເປົ້າໝາຍຂະບວນຄາຣາວານຕາມຮອຍໄຊຊະນະບັ້ນຮົບນໍ້າບາກ
ເພື່ອຫວນຄືນວິລະກຳໜ້າອັດສະຈັນຂອງຂະບວນການຕໍ່ສູ້ປົດປ່ອຍຊາດຂອງຊາດເຮົາ ແລະ ທັງເປັນການປູກຈິດສຳນຶກໃຫ້ຊາວໜຸ່ມລາວໄດ້ຮໍ່າຮຽນ ແລະ ຈາລຶກຄຸນງາມຄວາມດີຂອງບັນພະບຸລຸດ ກໍ່ຄືການນຳແນວລາວຮັກຊາດໃນເມື່ອກ່ອນ. ຄະນະບໍລິຫານງານສູນກາງ ຊປປລ ໄດ້ຈັດຂະບວນຄາຣາວານຕາມຮອຍໄຊຊະນະບັ້ນຮົບນໍ້າບາກຂຶ້ນ ໂດຍໄດ້ມອບໝາຍໃຫ້ບັນດາ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວບັນດາກະຊວງ, ອົງການ, ແຂວງ ແລະ ນະຄອນຫຼວງວຽງຈັນ ກະກຽມເຂົ້າຮ່ວມຂະບວນຄາຣາວານດັ່ງກ່າວຢ່າງເປັນຂະບວນຟົດຟື້ນ ເຊິ່ງຈະຈັດຂຶ້ນລະຫວ່າງວັນທີ 10-13 ພະຈິກ 2022 ນີ້. ຄະນະຊາວໜຸ່ມ ປະຊາຊົນປະຕິວັດລາວ ກະຊວງ ພະລັງງານ…