ການນຳແຂວງ ບໍລິຄຳໄຊ ລົງຕິດຕາມ ແລະ ຊຸກຍູ້ໂຄງການຂຸດຄົ້ນແຮ່ທາດຢູ່ເມືອງບໍລິຄັນ ແລະ ເມືອງຄຳເກີດ
ໃນວັນທີ 20 ມີນາ 2023 ຜ່ານມາ, ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງໆ ບໍລິຄຳໄຊ, ປະທານຄະນະກຳມະການຄຸ້ມຄອງການລົງທຶນຂັ້ນແຂວງ ພ້ອມຄະນະ ໄດ້ລົງຊຸກຍູ້ ແລະ ຕິດຕາມການຂຸດຄົ້ນແຮ່ທາດ ຂອງບໍລິສັດກາວີໂກລາວບໍ່ແຮ່ ຈຳກັດ ຢູ່ເມືອງບໍລິຄັນ ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງລາຍງານສະພາບການຈັດຕັ້ງປະຕິບັດໂຄງການຈາກຜູ້ບໍລິຫານຂອງບໍລິສັດ . …