ເຜີຍແຜ່ເນື້ອໃນສັນຍາສຳປະທານ ໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ເຫຼັກ ຢູ່ບ້ານໜອງໄກ່ໂອກ ເມືອງຊານໄຊ ແຂວງອັດຕະປື
ກອງປະຊຸມໄດ້ຈັດຂຶ້ນຢູ່ຫ້ອງປະຊຸມຫ້ອງວ່າການເມືອງຊານໄຊ, ແຂວງອັດຕະປື ໃນວັນທີ 8 ສິງຫາ 2024 ນີ້, ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ສາຍທະລາ ໂສທິດາ ຮອງເຈົ້າເມືອງ ຜູ້ຊີ້ນໍາຂົງເຂດເສດຖະກິດ, ທ່ານ ອູທອງ ສິດທິຍະວົງ ຮອງຫົວໜ້າພະແນກ ພະລັງງານ ແລະ ບໍ່ແຮ່ແຂວງ ແລະ ທ່ານ ພູນສຸກ ແກ້ວຄຳເພຍ ຫົວໜ້າຫ້ອງການພະລັງງານ…