ສະມາຊິກພັກພາຍໃນອົງຄະນະພັກກະຊວງ ຈຳນວນ 34 ສະຫາຍ ໄດ້ຮັບການປະດັບຫຼຽນກາລະນຶກ 70ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ
ພິທີໄດ້ຈັດຂຶ້ນຢ່າງສົມກຽດຢູ່ຫ້ອງປະຊຸມໃຫຍ່ ລັດວິສາຫະກິດໄຟຟ້າລາວ ໃນຕອນບ່າຍວັນທີ 26 ມີນາ 2025 ນີ້, ພາຍໃຕ້ການເປັນປະທານຂອງ ສະຫາຍ ໂພໄຊ ໄຊຍະສອນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່; ມີບັນດາ ສະຫາຍ ກຳມະການຄະນະປະຈຳພັກກະຊວງ, ກຳມະການຄະນະພັກກະຊວງ, ຄະນະພັກຮາກຖານ, ຄະນະໜ່ວຍພັກຮາກຖານ ແລະ ສະມາຊິກພັກອ້ອມຂ້າງອົງຄະນະພັກກະຊວງ ພ້ອມດ້ວຍອາດີດການນຳກະຊວງ,…