ໂຄງການໄຟຟ້າແສງຕາເວັນບ້ານອຸ່ມໝາມຄອງ ເປັນໂຄງການໜຶ່ງທີ່ສາມາດຄໍ້າປະກັນຄວາມໝັ້ນຄົງດ້ານພະລັງງານຢູ່ ຢູ່ 2 ເມືອງຂອງ ແຂວງສະຫວັນນະເຂດ
ແຂວງສະຫວັນນະເຂດ ເປັນແຂວງໜຶ່ງຂອງ ສປປລາວ. ຕັ້ງຢູ່ທາງພາກກາງ, ທິດຕາເວັນອອກຕິດກັບປະເທດຫວຽດນາມ, ທິດຕາເວັນຕົກຕິດກັບປະເທດໄທ, ທິດເໜືອຕິດກັບແຂວງຄຳມ່ວນ, ທິດໃຕ້ຕິດກັບແຂວງສາລະວັນ; ເປັນແຂວງໃຫຍ່ອັນດັບໜຶ່ງຂອງ ສປປລາວ. ເປັນແຂວງທີ່ມີການຂະຫຍາຍຕົວທາງດ້ານເສດຖະກິດສູງເມື່ອທຽບກັບແຂວງອື່ນ ແລະ ກໍ່ເປັນແຂວງທີ່ມີທ່ແຮງຫຼາຍດ້ານ ໃນການພັດທະນາເສດຖະກິດ-ສັງຄົມ. ໃນໄລຍະ 10 ປີມານີ້ ແຂວງສະຫວັນນະເຂດມີຄວາມຕ້ອງການຊົມໃຊ້ພະລັງງານໄຟຟ້າສູງ ແຕ່ທ່າແຮງການສ້າງແຫຼ່ງຜະລິດພະລັງງານພັດມີຂໍ້ຈຳກັດ ເຊິ່ງບໍ່ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມຂອງແຂວງ. …