ຜົນກະທົບຕໍ່ສາຍນໍ້າປະແທ່ນ ເມືອງຫີນບູນ, ແຂວງຄຳມ່ວນ ຈະໄດ້ຮັບການແກ້ໄຂຢ່າງຈິງຈັງ

ໃນວັນທີ 01 ສິງຫາ 2024, ກະຊວງພະລັງງານ ແລະ ບໍ່ແຮ່ ຮ່ວມກັບພາກສ່ວນກ່ຽວຂ້ອງທັງພາກລັດ ແລະ ເອກະຊົນ ຈັດກອງປະຊຸມປຶກສາຫາລື ເພື່ອຊອກຫາວິທີການແກ້ໄຂຜົນກະທົບຕໍ່ອ່າງນໍ້າປະແທ່ນ ທີ່ແກຍາວມາຫຼາຍສິບປີ ຈາກການດຳເນີນກິດຈະການກ່ຽວກັບແຮ່ທາດ, ຢູ່ເຂດບໍ່ແໜ່ງ, ເມືອງຫີນບູນ, ແຂວງຄຳມ່ວນ ຢູ່ທີ່ ໂຮງແຮມລາວເທວ, ນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ບຸນຍົງ ສີດາວົງ ຮັກສາການຫົວໜ້າກົມ ຄຸ້ມຄອງບໍ່ແຮ່, ກະຊວງ ພະລັງານ ແລະ ບໍ່ແຮ່ ມີ…

Continue Readingຜົນກະທົບຕໍ່ສາຍນໍ້າປະແທ່ນ ເມືອງຫີນບູນ, ແຂວງຄຳມ່ວນ ຈະໄດ້ຮັບການແກ້ໄຂຢ່າງຈິງຈັງ

ກົມຄຸ້ມຄອງບໍ່ແຮ່ ຕິດຕາມການກໍ່ສ້າງຂົວຂ້າມ ອ່າງນ້ຳງື່ມ

          ໃນລະຫວ່າງວັນທີ 25-26 ກົມຄຸ້ມຄອງບໍ່ແຮ່ພ້ອມດ້ວຍຜູ້ຕາງໜ້າ ຈາກ ຫ້ອງການກະຊວງພະລັງງານ ແລະ ບໍ່ແຮ່, ກົມກວດກາ, ກົມທຸລະກິດພະລັງງານ, ກົມສົ່ງເສີມການລົງທຶນ, ກົມຂົວທາງ, ກົມສິ່ງແວດລ້ອມ, ບໍລິສັດ ໄຟຟ້ານ້ຳງື່ມ 2 ຈຳກັດ ໂດຍສົມທົບກັບຂະແໜງການທີ່ກ່ຽວຂ້ອງຂອງອົງການປົກຄອງທ້ອງຖິ່ນ ໂດຍທ່ານ ສະຖາພອນ ດວງຕາວັນ ຮອງຫົວໜ້າກົມຄຸ້ມຄອງບໍ່ແຮ່ ເປັນຫົວໜ້າຄະນະນຳພາຕິດຕາມການກໍ່ສ້າງຂົວຂ້າມອ່າງນ້ຳງື່ມ ລະຫວ່າງເຂດຂຸດຄົ້ນເດີມ ຫາ ເຂດຂະຫຍາຍພື້ນທີ່ການຂຸດຄົ້ນ…

Continue Readingກົມຄຸ້ມຄອງບໍ່ແຮ່ ຕິດຕາມການກໍ່ສ້າງຂົວຂ້າມ ອ່າງນ້ຳງື່ມ

ພະນັກງານ-ວິຊາການຄຸ້ມຄອງບໍ່ແຮ່ ຢູ່ແຂວງບໍລິຄໍາໄຊ ແລະ ແຂວງຄໍາມ່ວນ ສຳເລັດຍົກລະດັບວິຊາສະເພາະດ້ານການເຕັກນິກ, ວິຊາການ

          ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ທ້ອງຖິ່ນ ທາງດ້ານເຕິກນິກ-ວິຊາການ, ດ້ານນິຕິກຳ ແລະ ລະບຽບການທີ່ກ່ຽວຂ້ອງກ່ຽວກັບວຽກງານຄຸ້ມຄອງບໍ່ແຮ່. ກົມຄຸ້ມຄອງບໍ່ແຮ່ ຮ່ວມມືກັບພະແນກພະລັງງານ ແລະ ບໍ່ແຮ່ ບໍລິຄໍາໄຊ ແລະ ແຂວງຄໍາມ່ວນ ຈັດກອງປະຊຸມຝຶກອົບຮົມ ທາງດ້ານເຕິກນິກ-ວິຊາການ, ດ້ານນິຕິກຳ ແລະ ລະບຽບການທີ່ກ່ຽວຂ້ອງກ່ຽວກັບວຽກງານຄຸ້ມຄອງບໍ່ແຮ່ ໂດຍມີພະນັກງານ, ວິຊາການ ທີ່ຮັບຜິດຊອບວຽກງານບໍ່ແຮ່ ຈາກຂະແໜງການພາຍໃນພະແນກ ແລະ ຫ້ອງການ ພະລັງງານ ແລະ…

Continue Readingພະນັກງານ-ວິຊາການຄຸ້ມຄອງບໍ່ແຮ່ ຢູ່ແຂວງບໍລິຄໍາໄຊ ແລະ ແຂວງຄໍາມ່ວນ ສຳເລັດຍົກລະດັບວິຊາສະເພາະດ້ານການເຕັກນິກ, ວິຊາການ

ລາວ-ເຢຍລະມັນ ຈັດກອງປະຊຸມປັບ¬ປຸງຄວາມປອດໄພ ແລະ ການປົກປັກຮັກສາສິ່ງແວດລ້ອມ ບໍ່ແຮ່

          ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 15 ພຶດສະພາ 2024 ທີ່ໂຮງແຮມແກຣນ, ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຮ່ວມລະຫວ່າງ ທ່ານ ສະຖາພອນ ດວງຕາວັນ ຮອງຫົວໜ້າກົມຄຸ້ມຄອງບໍ່ແຮ່, ກະຊວງພະລັງງານ ແລະ ບໍ່ແຮ່ ທັງເປັນຫົວໜ້າໂຄງການປັບປຸງຄວາມປອດໄພ ແລະ ປົກປັກຮັກສາສິ່ງແວດລ້ອມບໍ່ແຮ່ (SEPM) ຝ່າຍລາວ ແລະ ທ່ານ ຄຣາວ ຮ່ອນສເນີ່ (Klaus…

Continue Readingລາວ-ເຢຍລະມັນ ຈັດກອງປະຊຸມປັບ¬ປຸງຄວາມປອດໄພ ແລະ ການປົກປັກຮັກສາສິ່ງແວດລ້ອມ ບໍ່ແຮ່

ກອງປະຊຸມປຶກສາ ການຈັດຕັ້ງປະຕິບັດບົດບັນທຶກລະຫວ່າງ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ກະຊວງການເງິນ

ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 9 ພຶດສະພາ 2024 ທີ່ຜ່ານມາ ຢູ່ຫ້ອງປະຊຸມກົມຄຸ້ມຄອງບໍ່ແຮ່ພາຍໃຕ້ການເປັນປະທານຂອງ ທ່ານ ບຸນຍົງ ສີດາວົງ ຫົວໜ້າກົມຄຸ້ມຄອງບໍ່ແຮ່, ມີຜູ້ຕາງໜ້າຈາກຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ກະຊວງການເງິນ, ກະຊວງແຜນການ ແລະ ການລົງທຶນ, ທະນາຄານແຫ່ງ ສປປ ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງພາຍໃນກະຊວງພະລັງງານ ແລະ ບໍ່ແຮ່ ເຂົ້າຮ່ວມ. ກອງປະຊຸມໄດ້ພ້ອມກັນປຶກສາຫລື ແລະ ແລກປ່ຽນບົດຮຽນຮ່ວມກັນ ກ່ຽວກັບການຈັດຕັ້ງປະຕິບັດບົດບັນທຶກການແບ່ງຄວາມຮັບຜິດຊອບ ກົນໄກການຄຸ້ມຄອງ ແລະ ການຈັດເກັບລາຍຮັບງົບປະມານແຫ່ງລັດ…

Continue Readingກອງປະຊຸມປຶກສາ ການຈັດຕັ້ງປະຕິບັດບົດບັນທຶກລະຫວ່າງ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ກະຊວງການເງິນ

ພະນັກງານ-ວິຊາການຄຸ້ມຄອງບໍ່ແຮ່ ຢູ່ແຂວງອັດຕະປື ແລະ ແຂວງສາລະວັນ ສຳເລັດຍົກລະດັບວິຊາສະເພາະດ້ານການເຕັກນິກ, ວິຊາການ

ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ທ້ອງຖິ່ນ ທາງດ້ານເຕິກນິກ-ວິຊາການ, ດ້ານນິຕິກຳ ແລະ ລະບຽບການທີ່ກ່ຽວຂ້ອງກ່ຽວກັບວຽກງານຄຸ້ມຄອງບໍ່ແຮ່. ກົມຄຸ້ມຄອງບໍ່ແຮ່ ຮ່ວມມືກັບພະແນກພະລັງງານ ແລະ ບໍ່ແຮ່ ແຂວງອັດຕະປື ແລະ ສາລະວັນ ຈັດກອງປະຊຸມຝຶກອົບຮົມ ທາງດ້ານເຕິກນິກ-ວິຊາການ, ດ້ານນິຕິກຳ ແລະ ລະບຽບການທີ່ກ່ຽວຂ້ອງກ່ຽວກັບວຽກງານຄຸ້ມຄອງບໍ່ແຮ່ ໂດຍມີພະນັກງານ, ວິຊາການ ທີ່ຮັບຜິດຊອບວຽກງານບໍ່ແຮ່ ຈາກຂະແໜງການພາຍໃນພະແນກ ແລະ ຫ້ອງການ ພະລັງງານ ແລະ ບໍ່ແຮ່ ປະຈຳເມືອງເຂົ້າຮ່ວມ. ຊຸດຝຶກອົບຮົມໃນມື້ນີ້ ແມ່ນນອນໃນແຜນວຽກຍຸດທະສາດການພັດທະນາຊັບພະຍາກອນມະນຸດຂອງຂະແໜງພະລັງງານ ແລະ…

Continue Readingພະນັກງານ-ວິຊາການຄຸ້ມຄອງບໍ່ແຮ່ ຢູ່ແຂວງອັດຕະປື ແລະ ແຂວງສາລະວັນ ສຳເລັດຍົກລະດັບວິຊາສະເພາະດ້ານການເຕັກນິກ, ວິຊາການ

ນັກວິຊາການ ແລະ ຊ່ຽວຊານ ດ້ານແຮ່ທາດ ແລະ ບໍ່ແຮ່ ໃນຂອບເຂດທົ່ວປະເທດ ປຶກສາຫາລືປະກອບຄຳເຫັນ ຕໍ່ ຮ່າງດໍາລັດວ່າດ້ວຍການ ຊື້-ຂາຍ, ນໍາເຂົ້າ, ສົ່ງອອກ, ສົ່ງຜ່ານ ແຮ່ທາດ ແລະ ຜະລິດຕະພັນແຮ່ທາດ

          ລະຫວ່າງວັນທີ 25-28 ມີນາ 2024 ຢູ່ເມືອງ ວັງວຽງ, ແຂວງ ວຽງຈັນ. ກົມຄຸ້ມຄອງບໍ່ແຮ່, ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຈັດກອງປະຊຸມເປີດກວ້າງ ເພື່ອປະກອບຄໍາເຫັນຕໍ່ (ຮ່າງ) ດໍາລັດວ່າດ້ວຍການຊື້ຂາຍ, ນໍາເຂົ້າສົ່ງອອກ ແລະ ສົ່ງຜ່ານ ແຮ່ທາດ ຂຶ້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງ ທ່ານ ບຸນຍົງ ສີດາວົງ…

Continue Readingນັກວິຊາການ ແລະ ຊ່ຽວຊານ ດ້ານແຮ່ທາດ ແລະ ບໍ່ແຮ່ ໃນຂອບເຂດທົ່ວປະເທດ ປຶກສາຫາລືປະກອບຄຳເຫັນ ຕໍ່ ຮ່າງດໍາລັດວ່າດ້ວຍການ ຊື້-ຂາຍ, ນໍາເຂົ້າ, ສົ່ງອອກ, ສົ່ງຜ່ານ ແຮ່ທາດ ແລະ ຜະລິດຕະພັນແຮ່ທາດ

ກອງປະຊຸມເຜີຍແຜ່ເນື້ອໃນສັນຍາສໍາປະທານ ໂຄງການພັດທະນາບໍ່ແຮ່ ຢູ່ແຂວງຫຼວງພະບາງ

          ກອງປະຊຸມໄດ້ຈັດຂຶ້ນລະຫວ່າງວັນທີ 22-23 ພະຈິກ 2023 ຜ່ານມານີ້, ຢູ່ແຂວງຫຼວງພະບາງ. ກອງປະຊຸມໄດ້ຈັດເປັນສອງວາລະຄື: ໃນຄັ້ງວັນທີ 22 ພະຈິກ 2023 ໄດ້ເຜີຍແຜ່ເຜີຍແຜ່ເນື້ອໃນສັນຍາສໍາປະທານ ພັດທະນາບໍ່ແຮ່ ໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ອັງຕີມອນ ໃນເນື້ອທີ 6.768 ເຮັກຕາ ຢູ່ເຂດບ້ານທອງໃຕ້, ເມືອງໂພນທອງ ແລະ ບ້ານຫາດສະເພີຍ ເມືອງງອຍ ແຂວງຫຼວງພະບາງ…

Continue Readingກອງປະຊຸມເຜີຍແຜ່ເນື້ອໃນສັນຍາສໍາປະທານ ໂຄງການພັດທະນາບໍ່ແຮ່ ຢູ່ແຂວງຫຼວງພະບາງ

ກົມຄຸ້ມຄອງບໍ່ແຮ່ ສຳເລັດລົງເຜີຍແຜ່ 3 ເນື້ອໃນສັນຍາສຳປະທານໂຄງການຂຸດຄົ້ນ ແລະ ປຸງແຕ່ງບໍ່ແຮ່ ຢູ່ແຂວງຜົ້ງສາລີ

          ລະຫວ່າງວັນທີ 18-19 ຕຸລາ 2023 ນີ້, ກົມຄຸ້ມຄອງບໍ່ແຮ່ ຮ່ວມກັບພະແນກພະລັງງານ ແລະ ບໍ່ແຮ່ ແຂວງຜົ້ງສາລີ ໄດ້ຈັດກອງປະຊຸມເຜີຍແຜ່ 3 ເນື້ອໃນສັນຍາສຳປະທານໂຄງການຂຸດຄົ້ນ ແລະ ປຸງແຕ່ງບໍ່ແຮ່ ຄື: ສັນຍາສຳປະທານໂຄງການຂຸດຄົ້ນ ແລະ ປຸງແຕ່ງຖ່ານຫີນ ຢູ່ເຂດບ້ານຕາແສນຜົ້ງ, ເມືອງຜົ້ງສາລີ, ແຂວງຜົ້ງສາລີ ໃນເນື້ອທີ່ 100 ເຮັກຕາ…

Continue Readingກົມຄຸ້ມຄອງບໍ່ແຮ່ ສຳເລັດລົງເຜີຍແຜ່ 3 ເນື້ອໃນສັນຍາສຳປະທານໂຄງການຂຸດຄົ້ນ ແລະ ປຸງແຕ່ງບໍ່ແຮ່ ຢູ່ແຂວງຜົ້ງສາລີ

ກອງປະຊຸມເຜີຍແຜ່ເນື້ອໃນສັນຍາວ່າດ້ວຍການຂຸດຄົ້ນ ແລະ ປຸງແຕ່ງ ແຮ່ຄຳເຄົ້າ ແບບທົດລອງ

          ໃນວັນທີ 5 ຕຸລາ 2023 ທີ່ໂຮງແຮມຊິວເວີ້ນາກາ ເມືອງວັງວຽງ, ແຂວງວຽງຈັນ ໄດ້ມີກອງປະຊຸມເຜີຍແຜ່ເນື້ອໃນສັນຍາວ່າດ້ວຍການຂຸດຄົ້ນ ແລະ ປຸງແຕ່ງ ແຮ່ຄຳເຄົ້າ ແບບທົດລອງ ຢູ່ເຂດບ້ານສາມັກຄີໄຊ, ເມືອງແມດ, ແຂວງວຽງຈັນ, ໂດຍການເປັນປະທານຂອງທ່ານ ຄຳປ່ຽນ ແສງສະຫວັດ ເຈົ້າເມືອງເມືອງແມດ ແລະ ປະທານຮ່ວມ ທ່ານ ນ.ອຳວຽງ ເພົ້າວົງໄຊ ຮອງຫົວຫນ້າກົມຄຸ້ມຄອງບໍ່ແຮ່…

Continue Readingກອງປະຊຸມເຜີຍແຜ່ເນື້ອໃນສັນຍາວ່າດ້ວຍການຂຸດຄົ້ນ ແລະ ປຸງແຕ່ງ ແຮ່ຄຳເຄົ້າ ແບບທົດລອງ