ກອງປະຊຸມປຶກສາຫາລືການຈັດຕັ້ງປະຕິບັດ ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາວິໄສທັດ ຮອດປີ 2040 ແລະ ຍຸດທະສາດການພັດທະນາແຮ່ທາດ ຮອດປີ 2030
ກອງປະຊຸມໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 8 ກັນຍາ 2023 ຢູ່ກົມຄຸ້ມຄອງບໍ່ແຮ່ ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ອຳວຽງ ເພົ້າວົງໄຊ ຮອງຫົວໜ້າກົມຄຸ້ມຄອງບໍ່ແຮ່, ມີ ທ່ານ ພູວຽງ ແກ້ວບຸບຜາ ຫົວໜ້າສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່. ນອກຈາກນີ້, ມີຜູ້ຕາງໜ້າຈາກຫ້ອງການກະຊວງ, ກົມທໍລະນີສາດ ແລະ ແຮ່ທາດ, ກົມແຜນການ ແລະ…