ມະຫາຊົນກ້າວໜ້າ 9 ສະຫາຍ ໄດ້ຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ
ພິທີຮັບເອົາມະຫາຊົນກ້າວໜ້າ ເຂົ້າເປັນສະມາຊິກພັກສໍາຮອງຂອງໜ່ວຍພັກ ພະແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊສົມບູນ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 16 ກຸມພາ 2023 ນີ້ ທີ່ຫ້ອງປະຊຸມລັດວິສາຫະກິດໄຟຟ້າລາວ ສາຂາແຂວງໄຊສົມບູນ ໂດຍການເປັນປະທານຂອງ ສະຫາຍ ບຸນທຽມ ໄຊສົງຄາມ, ກໍາມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງ, ມີເລຂາ-ຮອງເລຂາໜ່ວຍພັກ ຈາກຂົງເຂດກຸ່ມການເມືອງ…