ເຂື່ອນໄຟຟ້າຂະໜາດນ້ອຍນໍ້າທາ3 ມີບົດບາດສຳຄັນໃນການສະໜອງນໍ້າໃຫ້ຊົນລະປະທານ ແລະ ກະແສໄຟຟ້າ ຢູ່ພາຍໃນເທດສະບານແຂວງຫຼວງນໍ້າທາ
ໃນໂອກາດລົງຕິດຕາມ, ກວດກາ ແລະ ຊຸກຍູ້ແຜນການປັບປຸງບູລະນະໂຄງການເຂື່ອນໄຟຟ້າຂະໜາດນ້ອຍນໍ້າທາ3 ເມື່ອຕອນເຊົ້າມື້ນີ້ ວັນທີ 14 ມັງກອນ 2025 ຂອງທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະສະເພາະກິດ 118 ເຊິ່ງປະກອບມີຜູ້ຕາງໜ້າຈາກຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ກະຊວງການເງິນ, ກະຊວງແຜນການ ແລະ ການລົງທຶນ, ກະຊວງໂຍທາທິການ ແລະ ຂົນສົ່ງ,…