ບໍລິສັດໄຟຟ້ານໍ້າເທີນ2 ຈຳກັດ ມອບອຸປະກອນການແພດ ໃຫ້ ໂຮງໝໍແມ່ ແລະ ເດັກເກີດໃໝ່
ປະຕິບັດຕາມນະໂຍບາຍຂອງພັກ, ລັດຖະບານ ກ່ຽວກັບການລົງທຶນດ້ານພະລັງງານ ແລະ ບໍ່ແຮ່ ຕິດພັນກັບຢ່າງສະໜິດແໜ້ນຕໍ່ການສະໜັບສະໜູນຊ່ວຍເຫຼືອສັງຄົມ. ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ສົມທົບກັບບໍລິສັດໄຟຟ້ານໍ້າເທີນ2 ຈຳກັດ ເຊິ່ງເປັນບໍລິສັດລົງທຶນດ້ານພະລັງງານໄຟຟ້າ ທີ່ສຳຄັນຂອງ ປະເທດ ນຳເອົາອຸປະກອນການແພດ (ເຄື່ອງຊ່ວຍຫາຍໃຈທຽມ) ລວມມູນຄ່າ 39,900 ໂດລາສະຫະລັດ ຫຼື ປະມານ 88 ລ້ານກີບ ມາມອບໃຫ້ໂຮງໝໍແມ່ ແລະ…